ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024

ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - 447895581 985776230218529 5802674230972899335 n 1 - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024
ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - kitchen vibe - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ນີ້ວ່າ: ໃນໄລຍະ 6 ເດືອນ ທ້າຍປີ 2024 ນີ້, ທຫລ ຈະສືບຕໍ່ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບດີຂຶ້ນ ແລະ ຈະແກ້ໄຂບັນຫາຄວາມບໍ່ເຊື່ອໝັ້ນຕໍ່ກັບຄ່າເງິນກີບ ທີ່ຈໍາເປັນທີ່ສຸດ ໃນໄລຍະຕໍ່ໜ້າ. ສຳລັບການປະຕິ ບັດນະໂຍບາຍເສດຖະກິດມະຫາພາກ ໂດຍສະເພາະ ນະໂຍບາຍເງິນຕາ ແມ່ນຕ້ອງຍຶດຖືເອົາການຮັກສາສະຖຽນລະພາບ ຄ່າເງິນກີບ ເປັນອັນຕົ້ນຕໍ ເພື່ອດຶງຄວາມເຊື່ອໝັ້ນຂອງສັງຄົມ ໃຫ້ກັບມາຖືຄອງເງິນກີບ, ພ້ອມທັງຈະສືບຕໍ່ດຳເນີນນະໂຍບາຍເງິນຕາ ໃນທິດທາງຮັດກຸມ ແລະ ລະມັດລະວັງ;ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາ, ເພີ່ມປະສິດທິພາບ ໃນການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ, ຄຸ້ມຄອງປະລິມານເງິນ ໃນຂອດຈໍລະຈອນ(M2) ໃຫ້ຢູ່ໃນລະດັບທີ່ເໝາະສົມ, ສິນເຊື່ອຂະຫຍາຍຕົວ ຢູ່ໃນລະດັບປານກາງ, ຄຸ້ມຄອງສິນເຊື່ອໄປຕາມທິດທາງການພັດທະນາຂອງລັດຖະບານ, ຈໍາກັດສິນເຊື່ອດ້ອຍຄຸນນະພາບ, ຮັບປະກັນສະຖຽນລະພາບ ຂອງສະຖາບັນການເງິນໃຫ້ໝັ້ນທ່ຽງ, ພັດທະນາລະບົບການຊຳລະໃຫ້ມີປະສິດທິພາບ ເຊື່ອມລະບົບການຊຳລະພາຍໃນ ແລະ ຕ່າງ ປະເທດ, ສົ່ງເສີມການນໍາໃຊ້ເງິນກີບ ແລະ ເງິນສະກຸນທ້ອງຖິ່ນ ກັບປະເທດຄູ່ຄ້າສໍາຄັນ.

ສຳລັບ ມາດຕະການຄຸ້ມຄອງອັດຕາເງິນເຟີ້, ທຫລ ຈະສືບຄຸ້ມຄອງປະລິມານເງິນ ໃຫ້ຂະຫຍາຍ ຕົວໃນຈັງຫວະທີ່ເໝາະສົມ, ສືບຕໍ່ພັດທະນາເຄື່ອງມືນະໂຍບາຍເງິນຕາ, ຕິດຕາມສະພາບຄ່ອງຂອງທະ ນາຄານທຸລະກິດຢູ່ ສປປ ລາວ ເພື່ອເປັນບ່ອນອີງ ໃນການດໍາເນີນເຄື່ອງມືນະໂຍບາຍ ເງິນຕາ ເປັນຕົ້ນ ສືບຕໍ່ຄົ້ນຄວ້າປັບປຸງໂຄງປະກອບ, ກົນໄກການຄິດໄລ່, ຕິດຕາມ ແລະ ຮັກສາຖານເງິນແຮຝາກບັງຄັບ ຂອງທະນາຄານທຸລະກິດ ໃຫ້ສອດຄ່ອງແຕ່ລະໄລຍະ ແນໃສ່ສ້າງຄວາມໝັ້ນຄົງ ຂອງລະບົບທະນາຄານ ແລະ ການຂະຫຍາຍຕົວຂອງປະລິມານເງິນ; ສືບຕໍ່ຄົ້ນຄວ້າກຳນົດນະໂຍບາຍອັດຕາດອກເບ້ຍ ສໍາລັບເງິນກີບ ໃຫ້ເໝາະສົມ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຄ່າເງິນກີບ; ຊຸກຍູ້ການເຄື່ອນໄຫວຕະຫລາດເປີດ ໃຫ້ແຂງແຮງ ໂດຍການສ້າງຜະລິດຕະພັນໃໝ່ ເປັນຕົ້ນ ພັນທະບັດ ທຫລ ໄລຍະ 3 ເດືອນ ແລະ 6 ເດືອນ ເພື່ອໃຫ້ທະນາຄານທຸລະກິດ ສາມາດບໍລິຫານສະພາບຄ່ອງໃຫ້ມີຄວາມຄ່ອງຕົວ. ພ້ອມນີ້, ຍັງຈະປະສານສົມທົບກັບກະຊວງກ່ຽວຂ້ອງ ເພື່ອຮີບຮ້ອນຄົ້ນຄວ້າກຳນົດ-ປັບປຸງໂຄງສ້າງລາຄາສິນຄ້າ ທີ່ກະທົບໄວຕໍ່ດັດຊະນີລາຄາການຊົມໃຊ້.

ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - Visit Laos Visit SALANA BOUTIQUE HOTEL - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024
ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - Visit Laos Visit SALANA BOUTIQUE HOTEL - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024

ສ່ວນມາດຕະການຄຸ້ມຄອງອັດຕາແລກປ່ຽນ ເນື່ອງຈາກຖານະຄັງສຳຮອງເງິນຕາຕ່າງປະເທດ ຍັງບໍ່ເຂັ້ມແຂງ ແລະ ສະພາບການເງິນ-ເງິນຕາ ໂດຍລວມຍັງມີຄວາມສ່ຽງ. ສະນັ້ນ ທຫລ ຈະສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ດ້ວຍການກຳ ນົດອັດຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ແລະ ສ່ອງແສງສະພາບຕົວຈິງ ຂອງຕະຫລາດຫລາຍຂຶ້ນ; ສືບຕໍ່ປັບປຸງຖານະການເງິນ ຂອງ ທຫລ ໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບຮັບປະກັນໄດ້ຂັ້ນພື້ນຖານ ດ້ວຍການເກັບຊື້ເງິນຕາຕ່າງປະເທດຕາມລະດູການ ແລະ ເກັບກູ້ຄືນໜີ້ສິນ ເພື່ອປ້ອງກັນບໍ່ໃຫ້ຂາດເງິນຕາຕ່າງປະເທດ ໃຫ້ການສະໜອງສິນຄ້າບູລິມະສິດ (ນ້ຳມັນເຊື້ອໄຟ) ແລະ ສຳຮອງ ເພື່ອປ້ອງກັນຄວາມສ່ຽງ ບໍ່ໃຫ້ເກີດສະພາບການຜິດນັດຊຳລະໜີ້ສິນຕ່າງປະເທດ; ສືບຕໍ່ດັດສົມເງິນຕາຕ່າງປະເທດ ໃຫ້ການນຳເຂົ້າສິນຄ້າບຸລິມະສິດ ເພື່ອຫລຸດຜ່ອນແຮງກົດດັນຕໍ່ອັດຕາແລກປ່ຽນ; ເພີ່ມທະວີການຊຸກຍູ້ບັນດາທະນາຄານທຸລະກິດຂະຫຍາຍໜ່ວຍບໍລິການແລກປ່ຽນເງິນຕາໃຫ້ຫລາຍຂຶ້ນ, ພ້ອມທັງຄຸ້ມຄອງສະກັດກັ້ນ ການຄ້ານອກລະບົບ ແລະ ເພີ່ມທະວີການຈໍາກັດຄວາມຕ້ອງການເງິນຕານອກລະບົບ ແລະ ຈະສືບຕໍ່ສ້າງຄວາມສົມດຸນໃຫ້ແກ່ດຸນການຊຳລະກັບຕ່າງປະເທດ ໂດຍລັດຖະບານ ປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມ ການລົງທຶນຕ່າງປະເທດ, ການທ່ອງທ່ຽວ, ການສົ່ງອອກສິນຄ້າ ຢ່າງແຂງແຮງ ເພື່ອເພີ່ມລາຍຮັ ເປັນເງິນຕາຕ່າງປະເທດ ແລະ ຈໍາກັດການນໍາເຂົ້າ ເພື່ອໃຫ້ຖານະດຸນເງິນຕາຕ່າງປະເທດ ກ້າວເຂົ້າສູ່ຄວາມສົມດຸນ ແລະ ເກີນດຸນ. ຢ່າງໃດກໍຕາມ ການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫລາຍຂຶ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນ ເປັນຕົ້ນ ການສືບຕໍ່ຈົດທະບຽນ ແລະ ຢັ້ງຢືນເປີດບັນຊີສະເພາະ ໃຫ້ຜູ້ນຳເຂົ້າ-ສົ່ງອອກ ໃຫ້ຄົບຖ້ວນ, ການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດນິຕິກຳກ່ຽວກັບກັບການຄຸ້ມຄອງເງິນຕາຕ່າງປະເທດ, ການພັດທະນາ ແລະ ນໍາໃຊ້ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ ແລະ ການສົ່ງເສີມການນໍາໃຊ້ເງິນກີບ ເຊິ່ງຈະສືບຕໍ່ຈັດຕັ້ງປະຕິບັດ ໃນຫລາຍມາດຕະການ ເພື່ອເຮັດໃຫ້ອັດ ຕາແລກປ່ຽນ ກ້າວເຂົ້າສູ່ຄວາມໝັ້ນທ່ຽງ ແລະ ອັດຕາເງິນເຟີ້ ສືບຕໍ່ຫລຸດລົງ ເທື່ອລະກ້າວ.

ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - 3 - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024
ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - 5 - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024
ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024 - 4 - ມາດຕະການ ຄຸ້ມຄອງ ເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງ ທຫລ ໄລຍະ 6 ເດືອນທ້າຍປີ 2024