ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ

ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ - 448187227 1004879804658809 7770501343820026308 n - ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ
ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ - kitchen vibe - ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ 2024 ນີ້ວ່າ: ໃນ 6 ເດືອນຕົ້ນປີນີ້ ໂດຍລວມເຫັນວ່າ ເສດຖະກິດຂອງປະເທດເຮົາ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,7% (ມະຕິຂອງສະພາກຳນົດໝົດປີໃຫ້ບັນລຸ 4,5%). ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວ 4,3%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4,2%, ຂະແໜງບໍລິການຂະຫຍາຍຕົວ 5,7% ແລະ ພາສີ-ອາກອນຜະລິດຕະພັນ ຂະຫຍາຍຕົວ 4,0%.

ປັດໄຈຕົ້ນຕໍ ທີ່ເປັນແຮງຍູ້ ເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ອັນພົ້ນເດັ່ນແມ່ນຂະແໜງບໍລິການທີ່ພັກອາໄສ ແລະ ອາຫານ, ການຂົນສົ່ງ ແລະ ຂາຍຍົກ-ຂາຍຍ່ອຍ ຊຶ່ງສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ, ນອກນັ້ນ ກໍເຫັນວ່າ ຂະແໜງກະສິກຳ, ຂະແໜງອຸດສາຫະກຳປຸງແຕ່ງ ແລະ ກໍ່ສ້າງ ກໍມີການຂະຫຍາຍຕົວດີຂຶ້ນ ຊຶ່ງສາເຫດຕົ້ນຕໍແມ່ນເນື່ອງຈາກການຜະລິດພືດ ແລະ ສັດເພື່ອທົດແທນການນໍາເຂົ້າເພີ່ມຂຶ້ນຫຼາຍໂດຍສະເພາະ ພືດອຸດສາຫະກຳ (ມັນຕົ້ນ, ໝາກກ້ວຍ ແລະ ອື່ນໆ), ການຜະລິດສິນຄ້າ ທີ່ຕິດພັນກັບຕ່ອງໂສ້ການຜະລິດຂອງພາກພື້ນສາກົນ ໃນເຂດເສດຖະກິດເພີ່ມຂຶ້ນ, ບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານ ເປັນຕົ້ນ ເສັ້ນທາງ, ການກໍ່ສ້າງເຂື່ອນໄຟຟ້າ, ການກໍ່ສ້າງໃນເຂດເສດຖະກິດພິເສດ, ອາຄານ-ເຄຫາສະຖານຕ່າງໆຂອງພາກລັດ ແລະ ເອກະຊົນ ຍັງສືບຕໍ່ດໍາເນີນການກໍ່ສ້າງ ໂດຍສະເພາະໂຄງລ່າງ ເພື່ອຮັບໃຊ້ການທ່ອງທ່ຽວ, ກອງປະຊຸມອາຊຽນ, ການຟື້ນຟູຜົນກະທົບຈາກໄພພິບັດໃນປີຜ່ານມາ.

ສ່ວນການລົງທຶນ ໃນ 3 ເດືອນຕົ້ນປີ ມີການລົງທຶນທັງໝົດ 17.469 ຕື້ກວ່າກີບ, ເທົ່າກັບ 3,8% ຂອງແຜນການ, ໃນນີ້ ການລົງທຶນຈາກງົບປະມານ ຂອງລັດທີ່ມີການຢັ້ງຢືນເບີກຈ່າຍ 3 ເດືອນ ປະຕິບັດໄດ້ 1.051 ໂຄງການ ມີມູນຄ່າ 904,47 ຕື້ກີບ ເທົ່າກັບ 18,08% ຂອງແຜນການ ແລະ 6 ເດືອນຕົ້ນປີ ຄາດວ່າຈະປະຕິບັດໄດ້ 2.450 ຕື້ກີບ ເທົ່າກັບ 49% ຂອງແຜນການ; ການລົງທຶນຈາກໂຄງການຊ່ວຍເຫຼືອ ເພື່ອການພັດທະນາ (ODA) ໃນ 3 ເດືອນ ປະຕິບັດໄດ້ 2.245,89 ຕື້ກີບ ຫຼື ເທົ່າກັບ 104,46 ລ້ານໂດລາ ເທົ່າກັບ 15% ຂອງແຜນການ ແລະ 6 ເດືອນ ຄາດວ່າຈະປະຕິບັດໄດ້ 34%; ການລົງທຶນຈາກພາກ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃນ 3 ເດືອນ ໄດ້ອະນຸມັດການລົງທຶນທັງໝົດ ຈໍານວນ 6.007 ກິດຈະການ (ໂຄງການ) ມີມູນຄ່າ 11.029,50 ລ້ານໂດລາ, ທຶນນຳເຂົ້າຕົວຈິງ ປະຕິບັດໄດ້ 666 ລ້ານໂດລາ ຫຼື ເທົ່າກັບ 14.319 ຕື້ກີບ ຫຼື ເທົ່າກັບ 44,15% ຂອງ ແຜນການ.

ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ - 5 - ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ
ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ - 3 - ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ
ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ - 4 - ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4,7% ສາເຫດຫຼັກແມ່ນໄດ້ຮັບຜົນມາຈາກການເປີດປີທ່ອງທ່ຽວລາວ