ສສຊ ສະເໜີໃຫ້ລັດຖະບານ ເບິ່ງຄືນການຈັດຕັ້ງປະຕິບັດໂຄງການ ບາງຫົວໜ່ວຍມີການຊັບຊ້ອນ

ວັນທີ 11 ມິຖຸນາ 2024 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ນາງ ມີນາພອນ ໄຊຊົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ມີຄຳເຫັນວ່າ: ແຂວງອັດຕະປື ເປັນແຂວງໜຶ່ງທີ່ມີໂຄງການລົງທຶນຂອງລັດຫລາຍສົມຄວນ ເຊິ່ງໃນໄລຍະຜ່ານມາ ການປະເມີນບັນດາໂຄງການລົງທຶນດັ່ງກ່າວ, ເຫັນວ່າບາງໂຄງການ ຍັງບໍ່ຖືກຕ້ອງຕາມລະບຽບການ ແລະ ໄດ້ມີການໂຈະ 33 ໂຄງການ.
ເຖິງວ່າລັດຖະບານ ຈະມີຄວາມພະຍາຍາມໃນການປັບປຸງ, ຕິດຕາມ, ກວດກາ ແລ້ວກໍຕາມ ແຕ່ຍັງມີຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນ ການຕິດຕາມ, ກວດກາ, ການປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເຂັ້ມງວດ ເຮັດໃຫ້ເກີດມີບາງໂຄງການ ບໍ່ໄປຕາມຂັ້ນຕອນ, ລະບຽບການ ເຮັດໃຫ້ເກີດມີຜົນກະທົບຕໍ່ສັງຄົມ, ການແກ້ໄຂຂໍ້ມູນຊັກຊ້າ, ການນຳໃຊ້ຊັບພະຍາກອນທຳມະຊາດ ກັບລາຍຮັບຂອງລັດຍັງບໍ່ສົມເຫດສົມຜົນ, ການຂຸດຄົ້ນແຮ່ທາດບາງກິດຈະການ ລາຍງານບໍ່ສອດຄ່ອງກັບຕົວຈິງ ເຊັ່ນ: ມີການຂຸດຄົ້ນໄດ້ຫລາຍ ແຕ່ລາຍງານໜ້ອຍ. ສະນັ້ນ, ສະເໜີໃຫ້ລັດຖະບານ ເບິ່ງຄືນບັນດາໂຄງການທີ່ຈັດຕັ້ງປະຕິບັດໄປແລ້ວ ແລະ ໂຄງການລົງທຶນຄືນໃໝ່, ບາງຫົວໜ່ວຍມີການຊັບຊ້ອນ, ບາງຫົວໜ່ວຍຢຸດເຊົາກິດຈະການ, ບໍ່ມີການເຄື່ອນໄຫວ, ສະເໜີໃຫ້ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບຊັບພະຍາກອນປ່າໄມ້ ໂດຍສະເພາະ ກອງທຶນຫັນປ່ຽນທີ່ດິນປ່າໄມ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ຊຸກຍູ້ການນຳໃຊ້ທຶນພັດທະນາຊຸມຊົນ ໃນເຂດພື້ນທີ່ໂຄງການ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຫລາຍຂຶ້ນ, ສຳຫລວດຄືນໃໝ່ 3 ປະເພດປ່າ ໃຫ້ລະອຽດຊັດເຈນ ເພື່ອພັດທະນາຍຸດທະສາດໃນການຈັດສັນເຂດການຜະລິດ, ເຂດສະຫງວນໄວ້ ແລະ ເຂດທີ່ຈະຟື້ນຟູປ່າ.