ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ

ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - 447808562 989418779860605 6698566021756461100 n - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ
ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - kitchen vibe - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ

ວັນທີ 11 ມິຖຸນາ 2024  ທ່ານ ພອນສານ ວິໄລເມັ້ງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄໍາເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໄລຍະຜ່ານມາ ລັດຖະບານ ໄດ້ອອກຫລາຍນິຕິກໍາທີ່ກ່ຽວຂ້ອງກັບການປະຢັດ ແລະ ຕ້ານການຟູມເຟືອຍ. ແຕ່ຜ່ານການຕິດຕາມຕົວຈິງມາຮອດປັດຈຸບັນມີຫລາຍຢ່າງທີ່ຕ້ອງໄດ້ເອົາໃຈໃສ່ ເພາະອົງການຈັດຕັ້ງພັກ-ລັດ ແລະ ອົງການປົກຄອງແຕ່ລະຂັ້ນຍັງບໍ່ທັນເປັນເຈົ້າການຈັດຕັ້ງປະຕິບັດບັນດາມາດຕະການທີ່ວາງອອກໄດ້ດີເທົ່າທີ່ຄວນ, ສະແດງອອກ ໃນການຈັດງານສັງສ້ນ, ງານພົບປະ, ງານລ້ຽງ ແລະ ອື່ນໆ ຍັງດໍາເນີນແບບປົກກະຕິ ແລະ ໃຊ້ເວລາໃນການກິນລ້ຽງຊຸມແຊວດົນ ເຮັດໃຫ້ການໃຊ້ຈ່າຍງົບປະມານຂອງລັດໃນດ້ານນີ້ຍັງຟູມເຟືອຍ.

ທ່ານ ພອນສານ ວິໄລເມັ້ງ ກ່າວວ່າ: ບັນດາປະເທດທີ່ພັດທະນາແລ້ວ ເຂົາເຈົ້າກໍານົດເວລາໃນການກິນລ້ຽງພຽງ 2 ຊົ່ວ ໂມງເທົ່ານັ້ນ ແລະ ຫລຸດຜ່ອນການດື່ມສິ່ງມຶນເມົາຕ່າງໆ ລົງ, ເຊິ່ງບັນຫານີ້ ລາວເຮົາຄວນຖືເອົາເປັນແບບຢ່າງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍໃຫ້ດີ ກວ່າເກົ່າ. ກົງກັນຂ້າມ ຖ້າພວກເຮົາຍັງສືບຕໍ່ຈັດຕັ້ງປະຕິບັດຄືເກົ່າແບບນີ້ຕໍ່ໄປ ຈະສົ່ງຜົນກະທົບໂດຍກົງຕໍ່ງົບປະມານຂອງລັດຢ່າງຫລວງຫລາຍ. ສະນັ້ນ ຮຽກຮ້ອງໃຫ້ລັດຖະບານ ກໍຄື ອົງການຈັດຕັ້ງທຸກທ້ອງຖິ່ນເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການປະຢັດໃຫ້ດີຂຶ້ນ, ຖ້າພາກສ່ວນໃດລະເມີດ ຄວນມີການສໍາຫລວດກວດກາກັນ ແລະ ປະຕິບັດຕາມລະບຽບວິໄນທີ່ກໍານົດໄວ້ຢ່າງເຂັ້ມງວດ.

ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ
ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ
ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - 4 - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ
ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - 5 - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ
ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ - 3 - ສສຊ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ເຂັ້ມງວດກວ່າເກົ່າ