ລັດຖະບານ ອະນຸຍາດການລົງທຶນດ້ານແຮ່ທາດ ທົ່ວປະເທດ ໃນໂຄງການປົກກະຕິ 968 ບໍລິສັດ

ວັນທີ 12 ມິຖຸ ນາ 2024 ທີ່ຫ້ອງປະຊຸມສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນແຮ່ທາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດໃນທົ່ວປະເທດໃນໂຄງການປົກກະຕິ ລວມທັງໝົດ 968 ບໍລິສັດ, ແບ່ງອອກເປັນ ຂັ້ນແຂວງອະນຸຍາດ ມີ 671 ແລະ ສູນກາງອະນຸຍາດ ມີ 297 ບໍລິສັດ.
ຂັ້ນແຂວງອະນຸຍາດ ໂຄງການສ່ວນໃຫຍ່ ແມ່ນແຮ່ອະໂລຫະ ຍົກເວັ້ນແຂວງໄຊສົມບູນ ສາມາດອະນຸຍາດແຮ່ໂລຫະໄດ້. ສູນກາງ ອະນຸຍາດຢູ່ໃນຂັ້ນຕອນຊອກຄົ້ນ-ສໍາຫຼວດ ມີ 150 ບໍລິສັດ, ດໍາ ເນີນການສຶກສາເສດຖະກິດ-ເຕັກນິກ ມີ 32 ບໍລິສັດ ແລະ ດໍາເນີນການຂຸດຄົ້ນ-ປຸງແຕ່ງມີ 115 ບໍລິສັດ ສໍາລັບໂຄງການ ບໍ່ແຮ່ ທີ່ອະນຸຍາດໂດຍຂັ້ນສູນກາງ, ໂຄງການຊອກຄົ້ນ-ສໍາຫຼວດແຮ່ທາດ ມີຢູ່ເກືອບທຸກແຂວງ ຍົກເວັ້ນແຂວງຈໍາປາສັກ, ສ່ວນໂຄງການຂຸດຄົ້ນ-ປຸງແຕ່ງ ມີເກືອບທຸກແຂວງເຊັ່ນດຽວກັນ ແຕ່ບໍ່ມີຢູ່ແຂວງບໍ່ແກ້ວ ແຂວງດຽວ, ແຂວງທີ່ມີການຂຸດຄົ້ນແຮ່ທາດຫຼາຍແມ່ນ ແຂວງ ຄໍາມ່ວນ 32 ກິດຈະການ, ຕໍ່ມາແມ່ນແຂວງວຽງຈັນ ມີ 24 ກິດຈະການ ແລະ ແຂວງ ອຸດົມໄຊ ມີ 10 ກິດຈະການ, ນອກນັ້ນ ໂຄງການພັດທະນາບໍ່ແຮ່ໃນຮູບແບບທົດລອງ ຈໍານວນ 93 ບໍລິສັດ, ໃນນີ້ ໂຄງການ ແຮ່ ເຫຼັກ 37 ບໍລິສັດ, ຫີນມາໂບ 2 ບໍລິສັດ, ແຮ່ຄໍາເຄົ້າ 10 ບໍລິສັດ, ຄໍາຕົກຂ້ອນ 31 ບໍລິສັດ ແລະ ແຮ່ທາດຫາຍາກ 13 ບໍລິສັດ, ລວມເນື້ອທີ່ທັງໝົດ ທັງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ແບບປົກກະຕິ ແລະ ແບບທົດລອງ ຈໍານວນ 3.186,15 ກິໂລຕາແມັດ ຫຼືເທົ່າກັບ 1,35% ຂອງເນື້ອທີ່ທົ່ວປະເທດ. ປະຈຸບັນໂຄງການທົດລອງແມ່ນຢູ່ໄລຍະຫັນມາເປັນໂຄງການແບບປົກກະຕິ ຕາມແຈ້ງການຂອງລັດຖະບານ.
ມາຮອດປັດຈຸບັນ ໃນ ສປປ ລາວ ໄດ້ມີການຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງແຮ່ທາດ ລວມທັງໝົດມີ 19 ແຮ່ທາດ ຊຶ່ງໄດ້ຄາດຄະເນມີປະລິມານຊັບພະຍາກອນລວມທັງໝົດ 14.606 ລ້ານໂຕນ ແລະມີປະລິມານສະສົມທັງໝົດ 7,987 ລ້ານໂຕນ, ແຮ່ເກືອໂປຕັສ ມີປະລິມານຊັບພະຍາກອນຫຼາຍກວ່າໝູ່ ມີເຖິງ 10.125 ລ້ານໂຕນ, ຕໍ່ມາແມ່ນຫີນປູນ ມີ 2.188 ລ້ານໂຕນ, ຖ່ານຫີນ 845 ລ້ານໂຕນ ແລະທອງ 201 ລ້ານໂຕນ.