ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ

ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - dengue infections - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ
ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - kitchen vibe - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ

     ສູນປ້ອງກັນ ແລະ ຄວບຄຸມພະຍາດແຫ່ງເອີຣົບ (ECDC) ລາຍງານວ່າ: ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ພະຍາດທີ່ເກີດຈາກຍຸງຢູ່ສະຫະພາບເອີຣົບ (EU) ແລະ ເຂດເສດຖະກິດເອີຣົບ (EEA) ກໍາລັງເພີ່ມຂຶ້ນຫລາຍ ແລະ ມີລາຍງານຜູ້ຕິດເຊື້ອເພີ່ມຂຶ້ນໃນຫລາຍພື້ນທີ່ ລວມທັງຢູ່ພາກພື້ນທີ່ບໍ່ເຄີຍມີລາຍງານການແຜ່ກະຈາຍຂອງຍຸງເຫລົ່ານີ້.

      ວັນທີ 12 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນປ້ອງກັນ ແລະ ຄວບຄຸມພະຍາດແຫ່ງເອີຣົບເຕືອນວ່າ: ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ພະຍາດທີ່ມີຍຸງເປັນພາຫະ ກໍາລັງເພີ່ມຂຶ້ນຫລາຍ ເນື່ອງຈາກການປ່ຽນແປງສະພາບອາກາດທີ່ເຮັດໃຫ້ອາກາດອົບອຸ່ນຂຶ້ນ ເຊິ່ງຊ່ວຍໃຫ້ຍຸງແຜ່ກະຈາຍໄດ້.

ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - Visit Laos Visit SALANA BOUTIQUE HOTEL - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ
ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - Visit Laos Visit SALANA BOUTIQUE HOTEL - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ

      ຢ້ອນກັບໄປໃນປີ 2023 ມີລາຍງານຜູ້ຕິດເຊື້ອໄຂ້ເລືອດອອກໃນທ້ອງຖິ່ນ 130 ຄົນ ຈາກສະຫະພາບເອີຣົບ (EU), ອຽກລັງ, ລິກເຕນສໄຕ ແລະ ນອກແວ ທຽບໃສ່ປີ 2022 ເຊິ່ງມີຜູ້ຕິດເຊື້ອພຽງ 71 ຄົນ.

      ECDC ເປີດເຜີຍວ່າ: ນີ້ເປັນການເພີ່ມຂຶ້ນຫລາຍໃນໄລຍະປີ 2010-2021 ເຊິ່ງຕົວເລກໃນໄລຍະເວລາດັ່ງກ່າວມີ 73 ຄົນ ຫລາຍໄປກວ່ານັ້ນ ຜູ້ຕິດເຊື້ອທີ່ມາຈາກພື້ນທີ່ອື່ນໆມີຈໍານວນເພີ່ມຂຶ້ນເຊັ່ນດຽວກັນ ໂດຍໃນປີ 2022 ມີ 1,572 ຄົນ, ແຕ່ໃນປີ 2023 ເພີ່ມຂຶ້ນເປັນ 4,900 ຄົນ ຖືເປັນຈໍານວນສູງທີ່ສຸດນັບແຕ່ EU ເລີ່ມກວດສອບໃນປີ 2008.

     ສໍາລັບເຊື້ອໄວຣັສເວສໄນ ໃນປີ 2023 ມີລາຍງານຜູ້ຕິດເຊື້ອໃນປະເທດ 713 ຄົນ ໃນ 123 ພາກພື້ນ ຈາກ 9 ປະເທດໃນ EU ແລະ ມີຜູ້ເສຍຊີວິດ 67 ຄົນ, ເຖິງວ່າຈໍານວນຜູ້ຕິດເຊື້ອຈະຫລຸດລົງຈາກ 1,133 ຄົນ ໃນປີ 2022 ແຕ່ຈໍານວນພາກພື້ນທີ່ໄດ້ຮັບຜົນກະທົບພັດສູງທີ່ສຸດນັບແຕ່ປີ 2018.

     ທັງນີ້, ECDC ໃຫ້ຂໍ້ມູນວ່າ: ຍຸງລໍາຄານສາຍພັນທີ່ເປັນພາຫະໃນການແຜ່ກະຈາຍໄວຣັສເວສໄນ, ມີຖິ່ນກໍາເນີດຢູ່ເອີຣົບ, ກະຈາຍຢູ່ທົ່ວ EU ແລະ ເຂດເສດຖະກິດເອີຣົບ (EEA).

     ຂະນະດຽວກັນ, ຍຸງລາຍສວນ ທີ່ເປັນພາຫະຂອງໄຂ້ເລືອດອອກ, ຊິຄຸນກຸນຢາ ແລະ ໄວຣັສຊິກາ “ກໍາລັງແຜ່ກະຈາຍໄປທາງເໜືອ, ຕາເວັນອອກ ແລະ ຕາເວັນຕົກຂອງເອີຣົບ. ປັດຈຸບັນມີປະຊາກອນຍຸງລາຍສວນອາໄສຢູ່ໃນ 13 ປະເທດ EU ແລະ EEA”. ECDC ລາຍງານ.

     ຂະນະທີ່ຍຸງລາຍສາຍພັນທີ່ເປັນພາຫະນໍາເຊື້ອພະຍາດໄຂ້ເຫລືອງ, ໄຂ້ເລືອດອອກ, ຊິຄຸນກຸນຢາ ແລະ ຊິກາ ຫາກໍແຜ່ລະບາດຢູ່ໄຊປຣັສ ແລະ ພາກພື້ນອ້ອມນອກສຸດຂອງ EU ຫລາຍແຫ່ງເຊັ່ນ: ມາເດຣາ ແລະ ໝູ່ເກາະເຟຣນແຄຣິບຽນ “ມີການຄາດຄະເນຢ່າງກວ້າງຂວາງວ່າ: ການປ່ຽນແປງສະພາບອາກາດ ສົ່ງຜົນກະທົບຕໍ່ການແຜ່ກະຈາຍຂອງພະຍາດທີ່ມີຍຸງເປັນພາຫະຢູ່ເອີຣົບ ດ້ວຍສະພາບອາກາດທີ່ເອື້ອອໍານວນຕໍ່ການເກີດ ແລະ ການເຕີບໃຫຍ່ຂອງຍຸງ” ECDC ກ່າວ.

ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - 3 - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ
ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - 5 - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ
ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ - 4 - ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ