ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ

ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - 448019748 1006239444522845 3744281744508346214 n - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ
ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - kitchen vibe - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານລັດຖະມົນຕີກະຊວງ ກ່າວວ່າ: ມາຮອດປັດຈຸບັນ, ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດໃນທົ່ວປະເທດ ໃນໂຄງການປົກກະຕິ ລວມທັງໝົດ 968 ບໍລິສັດ, ແບ່ງອອກເປັນ ຂັ້ນແຂວງອະນຸຍາດ ມີ 671 ແລະ ສູນກາງອະນຸຍາດ ມີ 297 ບໍລິສັດ. ຂັ້ນແຂວງອະນຸຍາດ ໂຄງການສ່ວນໃຫຍ່ ແມ່ນແຮ່ອະໂລຫະ ຍົກເວັ້ນແຂວງໄຊສົມບູນ ສາມາດອະນຸຍາດແຮ່ໂລຫະໄດ້. ສູນກາງ ອະນຸຍາດ ຢູ່ໃນຂັ້ນຕອນຊອກຄົ້ນ-ສໍາຫຼວດ ມີ 150 ບໍລິສັດ, ດໍາເນີນການສຶກສາເສດຖະກິດ-ເຕັກນິກ ມີ 32 ບໍລິສັດ ແລະ ດໍາເນີນການຂຸດຄົ້ນ-ປຸງແຕ່ງມີ 115 ບໍລິສັດ. ສໍາລັບໂຄງການບໍ່ແຮ່ ທີ່ອະນຸຍາດໂດຍຂັ້ນສູນກາງ, ໂຄງການຊອກຄົ້ນ-ສໍາຫຼວດແຮ່ທາດ ມີຢູ່ເກືອບທຸກແຂວງ ຍົກເວັ້ນແຂວງຈໍາປາສັກ, ສ່ວນໂຄງການຂຸດຄົ້ນ-ປຸງແຕ່ງ ມີເກືອບທຸກແຂວງເຊັ່ນດຽວກັນ ແຕ່ບໍ່ມີຢູ່ແຂວງບໍ່ແກ້ວ ແຂວງດຽວເທົ່ານັ້ນ, ແຂວງທີ່ມີການຂຸດຄົ້ນແຮ່ທາດຫຼາຍ ແມ່ນ ແຂວງຄໍາມ່ວນ 32 ກິດຈະການ, ຕໍ່ມາແມ່ນແຂວງວຽງຈັນ 24 ກິດຈະການ ແລະ ແຂວງອຸດົມໄຊ 10 ກິດຈະການ.

ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ
ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ

ນອກນັ້ນ, ໂຄງການພັດທະນາບໍ່ແຮ່ໃນຮູບແບບທົດລອງ ຈໍານວນ 93 ບໍລິສັດ; ໃນນີ້, ໂຄງການແຮ່ເຫຼັກ 37 ບໍລິສັດ, ຫີນມາໂບ 2 ບໍລິສັດ, ແຮ່ຄໍາເຄົ້າ 10 ບໍລິສັດ, ຄໍາຕົກຂ້ອນ 31 ບໍລິສັດ ແລະ ແຮ່ທາດຫາຍາກ 13 ບໍລິສັດ, ລວມເນື້ອທີ່ທັງໝົດ ທັງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ແບບປົກກະຕິ ແລະ ແບບທົດລອງ ຈໍານວນ 3.186,15 ກິໂລຕາແມັດ ຫຼື ເທົ່າກັບ 1,35% ຂອງເນື້ອທີ່ທົ່ວປະເທດ. ປັດຈຸບັນໂຄງການທົດລອງ ແມ່ນຢູ່ໄລຍະຫັນມາເປັນໂຄງການແບບປົກກະຕິ ຕາມແຈ້ງການຂອງລັດຖະບານ.

ປັດຈຸບັນ, ໃນ ສປປ ລາວ ໄດ້ມີການຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງແຮ່ທາດ ລວມທັງໝົດມີ 19 ແຮ່ທາດ ຊຶ່ງໄດ້ຄາດຄະເນມີປະລິມານຊັບພະຍາກອນລວມທັງໝົດ 14.606 ລ້ານໂຕນ, ມີປະລິມານສະສົມທັງໝົດ 7.987 ລ້ານໂຕນ ຊຶ່ງໃນນີ້ແຮ່ເກືອໂປຕັສ ມີປະລິມານຊັບພະຍາກອນ ຫຼາຍກວ່າໝູ່ ມີເຖິງ 10.125 ລ້ານໂຕນ, ຕໍ່ມາແມ່ນຫີນປູນ ມີ 2.188 ລ້ານໂຕນ, ຖ່ານຫີນ 845 ລ້ານໂຕນ ແລະ ທອງ 201 ລ້ານໂຕນ.

ໃນຂະນະທີ່ລາຍຮັບ ທີ່ໄດ້ຈາກໂຄງການບໍ່ແຮ່ ໃນປີ 2023, ມີມູນຄ່າການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນທົ່ວປະເທດ 2.432 ລ້ານໂດລາ ຊຶ່ງການຈໍາໜ່າຍແຮ່ທາດຢູ່ພາຍໃນປະເທດມີມູນຄ່າ 273,6 ລ້ານໂດລາ, ຈໍາໜ່າຍອອກຕ່າງປະເທດ ມີມູນຄ່າ 2.604 ລ້ານໂດລາ ແລະ ໄດ້ມອບພັນທະໃຫ້ລັດຖະບານ 322,6 ລ້ານໂດລາ; ໃນນີ້, ພັນທະທີ່ມອບໃຫ້ລັດຖະບານ ໃນຂັ້ນຕອນຂຸດຄົ້ນ-ປຸງແຕ່ງ ມີທັງໝົດ 321,37 ລ້ານໂດລາ, ຫຼັກໆແລ້ວ ມີ 13 ລາຍການຈ່າຍ ເຊັ່ນ: ຄ່າຊັບພະຍາກອນ, ອາກອນເງິນເດືອນ, ອາກອນກໍາໄລ, ຂົນສົ່ງ, ອາກອນກໍາໄລ, ອາກອນຂຸດຄົ້ນ, ອາກອນຂົນສົ່ງ, ອາກອນມູນຄ່າເພີ່ມ, ພັນທະແບບມອບເໝົາ, ອາກອນເງິນປັນຜົນ, ພາສີຂາອອກ, ພັນທະມອບເໝົາລ່ວງໜ້າ ແລະ ຊື້ສິດສໍາປະທານ (ໂຄງການທົດລອງ), ພັນທະຕ່າງໆ ຂັ້ນທ້ອງຖິ່ນອອກອະນຸຍາດ, ຄ່າສໍາປະທານ ແລະ ພັນທະກອງທຶນຕາມສັນຍາ. ສໍາລັບພັນທະກອງທຶນຕາມສັນຍາ ຢູ່ທີ່ນີ້ ໃນປີ 2023 ມີ 3,6 ລ້ານໂດລາ ປະກອບດ້ວຍ 6 ກອງທຶນຍ່ອຍ ເຊັ່ນ: ທຶນພັດທະນາສັງຄົມ, ທຶນພັດທະນາທ້ອງຖິ່ນ, ທຶນຄຸ້ມຄອງໂຄງການ, ທຶນຝຶກອົບຮົມພະນັກງານ, ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທຶນຕິດຕາມສັນຍາ. ນອກຈາກນີ້ ຍັງມີງົບປະມານສໍາລັບ ການຫັນປ່ຽນປ່າ, ການປູກປ່າຊົດເຊີຍ ແລະ ຄ່າອື່ນໆອີກ.

ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - 5 - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ
ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - 4 - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ
ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ - 3 - ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນໂຄງການປົກກະຕິ 968 ບໍລິສັດ