ເດືອນພຶດສະພາ 2024 ສປປ ລາວຂາດດຸນການຄ້າ 151 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ພຶດສະພາ 2024 ບັນລຸໄດ້ 1,116 ລ້ານໂດລາສະຫະລັດ, ທຽບໃສ່ເດືອນ ເມສາ ຜ່ານມາ ແມ່ນຫລຸດລົງປະມານ 0.5%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 483 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 634 ລ້ານໂດລາສະຫະລັດ, ຫລຸດລົງ 4% ທຽບໃສ່ເດືອນ ເມສາ ຜ່ານມາ. ທັງໝົດນີ້ ແມ່ນຍັງບໍ່ໄດ້ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ.
ສິນຄ້າສົ່ງອອກຕົ້ນຕໍ ປະກອບມີ: ເກືອກາລີ 46 ລ້ານໂດລາ, ແຮ່ທອງ 38 ລ້ານໂດລາ, ຄໍາປະສົມ ແລະ ຄຳແທ່ງ 33 ລ້ານໂດລາ, ນໍ້າຕານ 24 ລ້ານໂດລາ, ເຄື່ອງດື່ມ 20 ລ້ານໂດລາ, ຢາງພາລາ 19 ລ້ານໂດລາ, ແປງມັນຕົ້ນ 17 ລ້ານໂດລາ, ໝາກກ້ວຍ 17 ລ້ານໂດລາ, ມັນຕົ້ນ 16 ລ້ານໂດລາ, ແລະ ແຮ່ເຫລັກ 12 ລ້ານໂດລາ.
ສິນຄ້ານໍາເຂົ້າຕົ້ນຕໍ ປະກອບມີ: ນ້ຳມັນກາຊວນ 91 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 57 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 54 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ ແລະ ເຫລັກກ້າ 41 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 28 ລ້ານໂດລາ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 24 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາ, ນໍ້າມັນແອັດຊັງ-ແອັດຊັງພິເສດ 22 ລ້ານໂດລາ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 19 ລ້ານໂດລາ ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 5 ລ້ານໂດລາ.
ສຳລັບປະເທດສົ່ງອອກຕົ້ນຕໍ 5 ອັນດັບ ປະກອບມີ: ຈີນ, ໄທ, ຫວຽດນາມ, ອາເມລິກາ ແລະ ສະວິດເຊີແລນ. ສ່ວນປະເທດນໍາເຂົ້າ ປະກອບມີ: ໄທ, ຈີນ, ຫວຽດນາມ, ສ.ອາເມລິກາ ແລະ ຍີ່ປຸ່ນ.