ນັກກິລາແຖວໜ້າຈາກ 9 ປະເທດ ຮ່ວມຊີງໄຊດອກປິກໄກ່ລະດັບພາກພື້ນທີ່ລາວ

ສະຫະພັນດອກປີກໄກ່ ແຫ່ງຊາດລາວ ໂດຍໄດ້ຮັບ ການສະໜັບສະໜູນ ຈາກສະ ມາຄົມດອກປີກໄກ່ແຫ່ງປະ ເທດໄທ ແລະ ໄດ້ຮັບການອຸປະ ຖຳຫລັກຈາກບໍລິສັດ ເບຍ ລາວ ຈຳກັດ ກຽມຈັດການ ແຂ່ງຂັນດອກປີກໄກ່ລະດັບພາກພື້ນອາຊີ ລາຍການ “ BEERLAO INTERNATIONAL SERIES 2017 ” ລະຫວ່າງວັນທີ 31 ຕຸລາ – 5 ພະຈິກ 2017 ທີ່ເດີ່ນດອກ ປີກໄກ່ສະໂມສອນເສດຖາ ( ບຶງຂະຫຍອງຫລັງໃໝ່ ), ໂດຍມີນັກກິລາຈາກ 9 ປະ ເທດເຂົ້າຮ່ວມຊີງໄຊ.
ເມື່ອວັນທີ 24 ຕຸລາ ຜ່ານ ມາ ທີ່ຫ້ອງການຄະນະກໍາມະ ການໂອແລມປິກແຫ່ງຊາດ ລາວ ໄດ້ມີພິທີຖະແຫລງຂ່າວ ຈັດການແຂ່ງຂັນ ໃຫ້ກຽດເຂົ້າ ຮ່ວມໂດຍ ທ່ານ ບົວລານ ສິ ລິປັນຍາ ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິ ລາ, ທ່ານ ຄໍາສອນ ແພງລັດ ຕະນະວົງ ອໍານວຍການຝ່າຍ ຂາຍ ບໍລິສັດເບຍລາວ ຈໍາກັດ ແລະ ທ່ານ ທອງຫລ້າ ແສງວິ ໄຊ ປະທານສະຫະພັນດອກ ປີກໄກ່ແຫ່ງຊາດລາວ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ສົມສະແຫວງ ແສງສີລາວົງ ຮອງປະທານ ທັງເປັນເລຂາທິ ການ ສະຫະພັນດອກປີກໄກ່ ແຫ່ງຊາດລາວ ກ່າວວ່າ: ສະ ຫະພັນດອກປີກໄກ່ແຫ່ງຊາດລາວ ໄດ້ຮັບການຊ່ວຍເຫລືອ ຈາກ ສະມາຄົມດອກປີກໄກ່ ແຫ່ງ ປະເທດໄທ ໃນດ້ານວິຊາ ການ ແລະ ຈັດການແຂ່ງຂັນ ຕ່າງໆ ລວມທັງ ໄດ້ຮັບການ ສະໜັບສະໜູນດ້ານທຶນຮອນ ຈາກ ບໍລິສັດ ເບຍລາວ ຈັດ ການແຂ່ງຂັນຄັ້ງນີ້ຂຶ້ນມາ. ໂດຍລາຍການນີ້ເປັນລາຍ ການເກັບຄະແນນສະສົມຈັດ ອັນດັບໂລກ ລະດັບ 4 ( Lev el 4 ) ຫລື ລະດັບເລີ່ມຕົ້ນ ຂອງ ສະຫະພັນດອກປີກໄກ່ ນາກົນຈັດຂຶ້ນ, ເຊິ່ງມີການຊີງ ໄຊໃນ 5 ລາຍການຄື: ດ່ຽວ ຊາຍທົ່ວໄປ, ດ່ຽວຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ຍິງທົ່ວໄປ ແລະ ຄູ່ປະສົມທົ່ວໄປ. ປັດຈຸ ບັນມີນັກກິລາແຈ້ງເຂົ້າຮ່ວມ ແລ້ວ 206 ກວ່າຄົນ ຈາກ 9 ປະເທດເຂົ້າຮ່ວມຄື : ໄທ, ມາ ເລເຊຍ, ອິນໂດເນເຊຍ, ສິງ ກະໂປ, ຫວຽດນາມ, ມຽນ ມາ, ກໍາປູເຈຍ, ບາເຣນ ແລະ ສປປ ລາວ.
ສ່ວນນັກກິລາລາວເຂົ້າ ຮ່ວມທັງໝົດ 24 ຄົນ (ຍິງ 6 ຄົນ), ເຊິ່ງເປັນນັກກິລາທີ່ມີ ອັນດັບຄະແນນສະສົມດີທີ່ສຸດຂອງລາວ ກໍຄືມືວາງອັນດັບດີ ທີ່ສຸດເຂົ້າຮ່ວມຊີງໄຊໃນລາຍການນີ້, ພິເສດສຸດໆໃນລາຍ ການນີ້ຈະເປັນລາຍການທໍາ ອິດທີ່ມີການຈໍາໜ່າຍປີ້ເຂົ້າຊົມການແຂ່ງຂັນ ໂດຍລາຍໄດ້ ຈາກການຂາຍປີ້ຈະນຳເຂົ້າ ເປັນກອງທຶນພັດທະນານັກກິ ລາດອກປີກໄກ່ທີມຊາດລາວສູ່ລະດັບໂລກ ໂດຍທ່ານສາ ມາດຊື້ປີ້ ເພື່ອປະກອບສ່ວນ ດ້ວຍ 3 ຮູບແບບຄື:
1. ວັນທີ 31 ຕຸລາ – 3 ພະຈິກ 2017 ການແຂ່ງຂັນ ຮອບຄັດເລືອກ ເຖິງ ຮອບ 8 ທີມສຸດທ້າຍ ບັດລາຄາ 10,000 ກີບຕໍ່ມື້.
2. ວັນທີ 4-5 ພະຈິກ 2017 ການແຂ່ງຂັນຮອບ ຮອງຊະນະເລີດ ແລະ ຊິງຊະ ນະເລີດ ບັດລາຄາ 20,000 ກີບຕໍ່ມື້.
3. ພິເສດ ແພັກເກດ ບັດ ລາຄາ 50,000 ກີບ ສາມາດ ເຂົ້າຊົມໄດ້ຕະຫຼອດການແຂ່ງຂັນທັງ 6 ມື້ ແຕ່ຕົ້ນຈົນຈົບ ການແຂ່ງຂັນ.
ສໍາລັບ ການແຂ່ງຂັນ ລາຍການ “ BEERLAO INTERNATIONAL SERIES 2017 ” ເບຍລາວ ໃຫ້ການອຸປະຖໍ້າເປັນເງິນລວມ 155 ລ້ານກີບ ແລະ ສະມາຄົມ ດອກປີກໄກ່ແຫ່ງປະເທດໄທ ຈະມາຊ່ວຍໃນດ້ານວິຊາການ ແລະ ຈັດການແຂ່ງຂັນຕ່າງໆ, ເຊິ່ງຄັ້ງນີ້ຖືເປັນຄັ້ງທີ 4 ທີ່ ສປປ ລາວ ຮັບກຽດເປັນເຈົ້າ ພາບຈັດການແຂ່ງຂັນລະດັບ ພາກພື້ນ ຕໍ່ຈາກຄັ້ງທໍາອິດເມື່ອ ປີ 2008, 2009 ແລະ 20 10.