ບຸບຟອນ ຢືນຢັນອຳລາວົງການບານເຕະແນ່ນອນ ຫຼັງຈົບລະດູການນີ້

ຈານລຸຍຈິ ບຸບຟອນ ຜູ້ຮັກ ສາປະຕູຄົນເກັ່ງຂອງ ຢູເວນ ຕຸສ ຈະອຳລາວົງການບານ ເຕະ ຫຼັງຈາກຈົບລະດູການນີ້ ແຕ່ອາດຈະຫຼິ້ນໃນຖານະມື 2 ຕໍ່ໄປອີກປີ ເພື່ອລຸ້ນແຊ໊ມສະໂມ ສອນໂລກ ຫາກ ຢູເວນຕຸສ ໄດ້ ແຊ໊ມ ຢູຟາ ແຊ໊ມປຽນລີກ ລະ ດູການນີ້ໄດ້ສຳເລັດ.
ບຸບຟອນ ທີ່ວາງແຜນປິດ ສາກອາຊີບນັກເຕະ ຫຼັງຈົບ ບານໂລກ 2018 ກ່າວວ່າ: “ບໍ່ມີຫຍັງມາປ່ຽນໃຈຂ້ອຍໄດ້ ເພາະຂ້ອຍເຊື່ອໝັ້ນໃນການ ຕັດສິນໃຈຂອງໂຕເອງ ແລະ ຂ້ອຍຍອມຮັບໃນແງ່ທີ່ວ່າຂ້ອຍບໍ່ຮູ້ສຶກກັງວົນກ່ຽວກັບອະນາຄົດ ຫຼື ຊີວິດວ່າຈະເປັນແນວ ໃດ ຂ້ອຍຕ້ອງຜະເຊີນໜ້າກັບ ມັນ ແລະ ຂ້ອຍຈະຜະເຊີນໜ້າ ກັບມັນດ້ວຍຄວາມກະຕືລືລົ້ນ ເຊັ່ນດຽວກັບຄວາມປາຖະ ໜາ ແລະ ຢາກຮູ້ເພື່ອທົດສອບ ໂຕເອງ ມີເລື່ອງດຽວທີ່ອາດ ຈະເຮັດໃຫ້ຂ້ອຍປ່ຽນໃຈຫຼິ້ນຕໍ່ໄປຄືການໄດ້ແຊ໊ມປຽນລີກ ຈາກນັ້ນຂ້ອຍອາດບອກວ່າ “ ໂອເຄ ຂ້ອຍຈະພະຍາຍາມໄດ້ ແຊ໊ມສະໂມສອນໂລກ ” ບາງ ທີ່ ວອຍຊຽກ ເຊສນີ ກັບຂ້ອຍ ອາດຈະສະລັບກັນຫຼິ້ນຄົນລະ ເກມ ຂ້ອຍບໍ່ຮູ້ ແຕ່ຂ້ອຍຄິດວ່າ ດ້ວຍການມີຜູ້ຮັກສາປະຕູແບບລາວຢູ່ຂ້າງຫຼັງຂ້ອຍ ມັນເປັນ ເລື່ອງປົກກະຕິທີ່ຂ້ອຍຈະຫຼີກ ທາງໃຫ້ໃນປີໜ້າ”.
ບຸບຟອນ ທີ່ຫາກໍໄດ້ລາງ ວັນຜູ້ຮັກສາປະຕູດີເດັ່ນຂອງ ສະຫະພັບານເຕະນາໆຊາດ ຫຼື ຟີຟາ ປະຈຳປີ 2017 ຍັງບໍ່ ເຄີຍໄດ້ແຊ໊ມປຽນລີກ ຕະຫຼອດ ຊີວິດນັກເຕະ.