ຄຳມ່ວນ ອະນຸມັດໃຫ້ເອກະຊົນສຳປະທານກໍ່ສ້າງຂົວຂ້າມນໍ້າເຊບັ້ງໄຟ ຢູ່ບ້ານແກ້ງແປ ແລະ ເກັບຄ່າບໍລິການຜ່ານຂົວ ໄລຍະ 42 ປີ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ລາຍງານວ່າ: ວັນທີ 14 ມິຖຸນາ 2024 ຜ່ານມານີ້ ແຂວງຄຳມ່ວນ ມີພິທີເຊັນສັນຍາ ລົງທຶນສຳປະທານ, ກໍ່ສ້າງ ແລະ ບໍລິການ ຂົວຂ້າມນໍ້າເຊບັ້ງໄຟ ຈຸດບ້ານແກ້ງແປ ເມືອງເຊບັ້ງໄຟ ໂດຍການລົງທຶນຂອງເອກະຊົນ ໃນຮູບແບບການລົງທຶນ (ກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ).
ຂົວດັ່ງກ່າວມີຄວາມຍາວ 181 ແມັດ, ຄວາມກວ້າງຂອງຂົວ 8,60 ແມັດ ແລະ ເສັ້ນທາງເຂົ້າຂົວ 2 ເບື້ອງປູດ້ວຍຄອນກີດ ຍາວ 390 ແມັດ ໂດຍການສຶກສາ, ສຳຫລວດ, ອອກແບບ, ວິສະວະກໍາ, ລົງທຶນ, ກໍ່ສ້າງ, ດຳເນີນການ ແລະ ບູລະນະຮັກສາ, ຈັດຫາສິ່ງອຳນວຍຄວາມສະດວກຕ່າງໆຂອງໂຄງການ ແລະ ໃຫ້ສິດທິພິເສດໃນການເກັບຄ່າບໍລິການຜ່ານຂົວ ຫລື ຄ່າທຳນຽມໃນການຊົມໃຊ້ຂົວ, ເຊິ່ງມີໄລຍະການສຳປະທານ ແລະ ບໍລິການ 42 ປີ.
ເຊັນສັນຍາຄັ້ງນີ້ໂດຍ ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ແລະ ທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດ ມາລີນີ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.