ຄາດວ່າການປັບປຸງ ແລະ ສ້ອມແປງເສັ້ນທາງ 18 ເສັ້ນ ໃນນະຄອນຫລວງວຽງຈັນ ຈະສຳເລັດໃນທ້າຍເດືອນຕຸລາ 2024

ປັດຈຸບັນ, ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ ນວ) ພວມເລັ່ງປັບປຸງ, ສ້ອມແປງເສັ້ນທາງ ສາຍຫລັກ, ທາງຮ່ອມ, ທາງຊອຍ ໃນຂອບເຂດນະຄອນຫລວງວຽງຈັນ ທັງໝົດ 18 ເສັ້ນ ພ້ອມທັງ ແຕ້ມເສັ້ນຈະລາຈອນ, ຕິດຕັ້ງປ້າຍການສັນຈອນ ຄວາມຍາວ ທັງໝົດຫຼາຍກວ່າ 33 ກິໂລແມັດ, ຄາດວ່າຈະສຳເລັດໃນທ້າຍເດືອນຕຸລາ 2024 ນີ້.
ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 17 ມິຖຸນາ 2024 ວ່າ: ການກໍ່ສ້າງປັບປຸງ ແລະ ສ້ອມ ແປງເສັ້ນ ທາງສາຍຫລັກ, ທາງຮ່ອມ, ທາງຊອຍ ທັງໝົດ 18 ເສັ້ນ ໃນນະຄອນຫລວງວຽງຈັນ ເພື່ອຕ້ອນຮັບວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ໂດຍສະເພາະແມ່ນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ປີທ່ອງທ່ຽວລາວ 2024, ທັງເປັນການ ອຳນວຍຄວາມສະດວກໃນການສັນຈອນໄປມາຂອງປະຊາຊົນລາວບັນດາເຜົ່າ ໄດ້ນຳໃຊ້ເສັ້ນທາງທີ່ສະດວກສະບາຍຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນເຮັດໃຫ້ນະຄອນຫລວງວຽງຈັນ ມີໂສມໜ້າໃໝ່ ຫລຸດຜ່ອນຄວາມແອອັດ, ຫລຸດຜ່ອນການເກີດອຸປະຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ.
ມາຮອດປັດຈຸບັນ, ໂຄງການກໍ່ສ້າງ-ປັບປຸງເສັ້ນທາງດັ່ງກ່າວ ໂດຍລວມແມ່ນສຳເລັດແລ້ວ 60% ແລະ ຄາດວ່າຈະສຳເລັດ 100% ໃນທ້າຍເດືອນຕຸລາ 2024ນີ້, ເຊິ່ງການສ້ອມແປງມີທັງໝົດ 4 ບໍລິສັດຮັບເໝົາ ເປັນຜູ້ຈັດຕັ້ງປະຕິບັດ.