ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ

ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ - 41108 - ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ
ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ - kitchen vibe - ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ

ວັນທີ 18 ມິຖຸນາ 2024 ນີ້, ທ່ານ ນາງ ບຸນຄໍາ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອໃຫ້ສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນສອດຄ່ອງຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ຜ່ານການນຳໃຊ້ກົດໝາຍສະບັບນີ້ມາເປັນເວລາ 12 ປີກວ່າແລ້ວ, ເຫັນວ່າມີບາງບັນຫາຍັງບໍ່ສອດ ຄ່ອງກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ, ດ້ານໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ຍັງມີຊ່ອງວ່າງ, ບໍ່ທັນຄົບຖ້ວນ ແລະ ຈະແຈ້ງ, ມີຫລາຍບັນຫາບໍ່ສອດຄ່ອງ ຫລື ຂັດກັບກົດໝາຍອື່ນ ທີ່ໄດ້ມີການສ້າງຂຶ້ນໃໝ່ ຫລື ໄດ້ມີການປັບປຸງຄືນໃໝ່ ເປັນຕົ້ນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ເຊິ່ງເປັນສາເຫດໃຫ້ການນໍາເອົາກົດໝາຍໄປຈັດຕັ້ງປະຕິບັດບໍ່ເປັນເອກະພາບກັນໃນຫລາຍດ້ານ ເປັນຕົ້ນໂຄງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ທັນຄົບຖ້ວນ ຖ້າທຽບໃສ່ກົດໝາຍວ່າດ້ວຍການສ້າງນິຕິກໍາ; ບໍ່ໄດ້ກໍານົດເນື້ອໃນລະອຽດກ່ຽວກັບການຄຸ້ມຄອງສິ່ງແວດລ້ອມໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ, ການຄຸ້ມຄອງສິ່ງແວດລ້ອມໃນເຂດເສດຖະກິດ, ເງື່ອນໄຂຂອງການອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ; ບໍ່ໄດ້ກໍານົດການກໍານົດສິດ ແລະ ໜ້າທີ່ ຂອງກະຊວງທີ່ກ່ຽວ ຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ.

  ດັ່ງນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ສົມບູນຍິ່ງໆຂຶ້ນ ໂດຍກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ, ການບູລະນະຟື້ນຟູ ແລະ ກວດ ກາສິ່ງແວດລ້ອມ ເພື່ອຫລຸດຜ່ອນຜົນກະທົບ ແລະ ການຄວບຄຸມມົນລະພິດ ທີ່ຈະເກີດຂຶ້ນ ຫລື ໄດ້ເກີດຂຶ້ນແລ້ວ ດ້ວຍການກະທໍາຂອງຄົນ ຫລື ຕາມທໍາມະຊາດ ແນໃສ່ເຮັດໃຫ້ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ມີຄວາມສົມດູນ ແລະ ມີຄຸນນະພາບດີ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີປະສິດທິຜົນສູງສຸດ ລວມທັງເຮັດໃຫ້ຄຸນນະພາບຊີວິດ ແລະ ສຸຂະພາບຂອງຄົນດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ແລະ ການຫລຸດຜ່ອນສະພາບໂລກຮ້ອນ.

ເນື້ອໃນຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປະກອບມີ X ພາກ, ມີ 9 ໝວດ ແລະ ມີ 103 ມາດຕາ; ໃນນັ້ນ, ໄດ້ຮັກສາໄວ້ຄືເກົ່າ 6 ມາດຕາ, ໄດ້ປັບປຸງ 61 ມາດຕາ ແລະ ເພີ່ມເຂົ້າໃໝ່ 36 ມາດຕາ. ພາຍຫລັງໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືຮັບປະກັນໃຫ້ການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ, ການປ້ອງກັນ ແລະ ຄວບຄຸມມົນລະພິດ, ການຄວບຄຸມ ແລະ ກໍາຈັດ ບັນຫາສານເຄມີທີ່ເປັນພິດ ແລະ ສິ່ງເສດເຫລືອ, ລວມທັງການປ້ອງກັນ, ຫລຸດຜ່ອນ ແລະ ການຮັບມື ກັບການປ່ຽນແປງສະພາບດິນຟ້າອາກາດ; ເປັນກົນໄກການຄຸ້ມຄອງ, ການປົກປັກຮັກສາ, ການບູລະນະຟື້ນຟູ ແລະ ກວດກາ ສິ່ງແວດລ້ອມເປັນລະບົບ ແລະ ຈະແຈ້ງໄດ້ດີກວ່າເກົ່າ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງໃນວຽກງານສິ່ງແວດລ້ອມ ລະຫວ່າງຂະແໜງການຂັ້ນສູນກາງ ກັບຂະແໜງການຂັ້ນທ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈະແຈ້ງກວ່າເກົ່າ.

ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ - 3 - ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ
ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ - 5 - ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ
ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ - 4 - ສະເໜີປັບປຸງ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ໄປຕາມທິດສີຂຽວ ແລະ ຍືນຍົງ