ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ

- Toyata classic - ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ
- kitchen vibe - ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ

ບໍລິສັດ ໂຕໂຢຕາມໍເຕີ ປະເທດໄທ ຈໍາກັດ ຮ່ວມກັບ ບໍລິສັດ ໂຕໂຢຕ້າ ມໍເຕີ ເອເຊຍ​ແປຊີຟິກ ຈໍາກັດ ແລະ ຕົວແທນຈໍາໜ່າຍ ໂຕໂຢຕາ ໃນ ສປປ ລາວ, ຈັດງານຄອນເສີດການກຸສົນໂຕໂຢຕ້າ ຄຣາສສິກ ຂຶ້ນໃນຕອນຄໍ່າຂອງ ວັນທີ 24 ຕຸລານີ້, ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນ​ຫລວງວຽງ​ຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆປະຈໍາລາວ ແລະ ຜູ້ຈັດການໃຫຍ່, ພ້ອມຄະນະ ບໍລິຫານລະດັບສູງຈາກບໍລິສັດໂຕໂຢຕ້າ ແລະ ຕົວແທນຈໍາໜ່າຍຢູ່ໃນລາວ​ເຂົ້າ​ຮ່ວມນຳດ້ວຍ.

ບໍລິສັດ ໂຕໂຢຕາ ມໍເຕີ ປະເທດໄທ ຈໍາກັດ ໄດ້ມອບລາຍໄດ້ຈາກການ ຈັດຄອນເສີດຄັ້ງ​ນີ້, ຈໍານວນ 250 ລ້ານກີບໃຫ້ແກ່ສະມາຄົມສີລະປິນການສະ ແດງ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສູນພິການ ຕາ (ທົ່ງປົ່ງ), ຕາງໜ້າ​ໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ຮັບເງິນຊ່ວຍເຫລືອດັ່ງກ່າວ, ​ເພື່ອເປັນສ່ວນໜຶ່ງໃນການສ້າງຄວາມສຸກ ແລະ ຮອຍຍິ້ມໃນລາວຄື: ໃຫ້ການສະໜັບສະໜູນທາງດ້ານການສຶກ ສາ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ແກ່ຜູ້ດ້ອຍໂອກາດ ແລະ ເພື່ອສົ່ງ ເສີມໃຫ້ປະຊາຊົນລາວ ​ມີໂອກາດໄດ້ຮັບຟັງ ​ແລະ ຊົມການສະແດງຂອງວົງດົນ ຕີລະດັບໂລກ. ນອກຈາກນີ້, ໂຕໂຢຕາ ຍັງໄດ້ເຊີນນັກຮຽນໂຮງຮຽນສິລະປະດົນ ຕີແຫ່ງຊາດເຂົ້າຮ່ວມສະແດງນຳດ້ວຍ, ເພື່ອເປັນການຊອກຮູ້ບົດຮຽນຕ່າງໆ.

- Visit Laos Visit SALANA BOUTIQUE HOTEL - ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ

ນັບແຕ່ເລີ່ມຈັດງານຄອນເສີດການກຸສົນ ໂຕໂຢຕ້າ ຄຣາສສິກ ໃນປີ 1990 ຈົນເຖິງປີ 2016 ສາມາດລະດົມທຶນໄດ້ແລ້ວ 9 ລ້ານໂດລາສະຫາລັດ ເພື່ອການກຸສົນທ້ອງຖິ່ນທົ່ວພູມີພາກ​ເອ​ເຊຍ ​ແລະ ໃນປີ ນີ້ ຄອນເສີດ ໂຕໂຢຕາ ຄຣາສສິກ ເປັນຄັ້ງທີ 28, ​ໂດຍຈະຈັດການສະແດງ ທັງໝົດຢູ່ 6 ປະເທດຄື: ບຣູໄນ, ກໍາປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ ຕະຫຼອດໄລຍະເດືອນຕຸລາ ແລະ ພະຈິກນີ້.

- 4 - ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ
- 5 - ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ
- 3 - ຄອນເສີດການກຸສົນ ໂຕໂຢຕາ ຄຣາສສິກ 2017 ລະດົມ​ທຶນຊ່ວຍ​ສັງຄົມ​ໄດ້ 250 ລ້ານ​ກີບ