ນາຍົກຊີ້ຕ້ອງເລັ່ງປັບປຸງກົງຈັກລັດໃຫ້ເຂັ້ມແຂງ

- PM Thongloun 2 - ນາຍົກຊີ້ຕ້ອງເລັ່ງປັບປຸງກົງຈັກລັດໃຫ້ເຂັ້ມແຂງ
- kitchen vibe - ນາຍົກຊີ້ຕ້ອງເລັ່ງປັບປຸງກົງຈັກລັດໃຫ້ເຂັ້ມແຂງ

“ຕໍ່ໜ້ານີ້, ຈະບໍ່​ປ່ອຍ​ໃຫ້​ຄົນ​ເຮັດ​ຕາມ​ລຳພັງໃຈ, ບໍ່​ປ່ອຍ​ໃຫ້​ຄົນ​ຜິດ​ລອດ​ຕົວ, ບໍ່​ປ່ອຍ​ໃຫ້​ກົງຈັກ​ສືບ​ຕໍ່​ອ່ອນ​ເພຍ​ເປ້ຍ​ລ່ອຍກາຍ​ເປັນ​ກົງຈັກ​ຂາດ​ຄວາມ​ໜ້າ​ເຊື່ອ​ຖື ​ແລະ ຈະບໍ່​​ປ່ອຍ​ໃຫ້​ເປັນ​ກົງຈັກ​ທີ່​ບໍ່​ປະຕິບັດ​ຕາມແນວທາງ​ຂອງ​ພັກ ​ແລະ ລະບຽບກົດໝາຍ​ຂອງ​ລັດ​ກໍ​ບໍ່​ເປັນ​ຫຍັງ​ຕໍ່​ໄປ​ອີກບໍ່ໄດ້” ນີ້ແມ່ນຄໍາເຫັນບາງຕອນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບມາດຕະການ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້​ຕ່າງໆໃນການ​ບໍລິຫານ​ກົງຈັກລັດ​ແຕ່ລະ​ຂັ້ນ, ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ ​ແລະ ຜູ້​ປະກອບ​ການ​ເຂົ້າ​ເຖິງ​ການ​ບໍລິຫານ​ລັດ​ມີຄວາມສະດວກ, ວ່ອງ​ໄວ, ຍຸຕິ​ທຳ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ.

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ: ນະ​ໂຍບາຍ​ຂອງ​ພັກ, ​ໂດຍ​ສະ​ເພາະ​ມະຕິ X ໄດ້​ສືບ​ຕໍ່​ຖື​ເອົາ​ບັນຫາ​ນີ້​ເປັນ 1 ​ໃນ 4 ບຸກທະລຸ, ລັດຖະບານ​​ຈຶ່ງ​ຖື​ສຳຄັນ​ການ​ປັບປຸງ​ກົງຈັກ​​ລັດ​ໃຫ້​ກະທັດ​ຮັດ​ທາງ​ດ້ານ​ການຈັດຕັ້ງ, ​ແບ່ງ​ຄວາມ​ຮັບຜິດຊອບ ​ແລະ ມອບ​ສິດ​ອຳນາດ​ໃຫ້​ກົງຈັກ​ແຕ່​ສູນ​ກາງ​​ຮອດ​ທ້ອງ​ຖິ່ນ ​ເພື່ອ​ໃຫ້​ປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມ​ເປັນ​ເຈົ້າການ, ​ແກ້​ໄຂ​ບັນຫາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ບໍ່​ໃຫ້​ເອື່ອຍ​ອີງ, ບໍ່​ຖິ້ມພຸ້ນ​ຖິ້ມພີ້, ໂດຍລັດຖະບານ​ໄດ້​ຕິດຕາມ​ກວດກາຢ່າງ​ໃກ້ຊິດ, ພ້ອມທັງ​ອອກ​ມະຕິ​ຄຳ​ສັ່ງຕ່າງໆເພື່ອນິຕິກໍາໃນການ​ຕິດຕາມ​ກວດກາ​ການ​ປະຕິບັດ​ໜ້າ​ທີ່​ຂອງແຕ່ລະ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​​ເປັນ​ປະຈຳ, ຈຶ່ງສາມາດພົບ​ເຫັນ​ຫລາຍ​ຈຸດ​ອ່ອນ, ຂໍ້ຄົງຄ້າງທີ່ບໍ່​ທັນ​ບຸກທະລຸ​ໄດ້​ຄື: ກົງຈັກ​ຍັງ​ເກະ​ກະບໍ່​ກະທັດ​ລັດ​ຮັດກຸມ, ພະນັກງານ​ໃນ​ກົງຈັກ​ຍັງ​ເຮັດ​ວຽກ​ຕາມ​ຄວາມ​ຊິ້ນ​ເຄີຍ​ເກົ່າ, ຄວາມ​ຮັບຜິດຊອບ​ບໍ່​ສູງ, ອາຍາ​ສິດ, ຫ່າງ​ເຫີ​ນມະຫາຊົນ, ບໍ່​ຕັ້ງໜ້າ​ແກ້​ໄຂ​ບັນຫາ ແລະ ຍັງ​ຈົມ​ຢູ່​ໃນ​ວົງ​ຈອນ​ແຫ່ງ​ການ​ສວຍ​ໃຊ້​ຖານະ​ຕຳ​ແໜ່​ງ, ວົນວຽນ​ນຳ​ການ​ສໍ້​ລາດ​ບັງ​ຫລວງ, ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ ຍ້ອນ​​ກົງຈັກ​ຫລາຍ​ບ່ອນ, ຫລາຍ​ອົງການ​ບໍ່​ທັນ​ຫລຸດ​ອອກ​ຈາກ​ວົງ​ໂຄຈອນ​ດັ່ງກ່າວ​, ຈຶ່ງ​ກະທົບ​ເຖິງ​ວຽກ​ບໍລິການ​ຊັກ​ຊ້າ, ​ແກ່ຍາວ​ຂາດ​ປະສິດທິ​ຜົນ, ປະສິດທິພາບ​ຕໍ່າ, ຍັງ​ເປັນ​ລັກສະນະ​ແຜ່​ລາມ​ກວ້າງຂວາງ ແລະ ຜ່ານ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ແຕ່​ເທິງ​ລົງ​ລຸ່ມ, ຈາກ​ທາງ​ເລິກ​ສູ່​ທາງ​ກວ້າງ, ສູນ​ກາງ​ພັກ, ກົມ​ການ​ເມືອງ ຈຶ່ງ​ເຫັນ​ບັນຫາເຫລົ່າ​ນີ້​ແຈ້ງ​ຂຶ້ນ ​ແລະ ມີ​ທິດ​ຈະ​ຕ້ອງ​ໄດ້ເລັ່ງ​ປັບປຸງ​​ແກ້​ໄຂ​ໃຫ້ໝົດ​ໄປ​ເປັນ​​ກ້າວໆ ​ເພາະບັນຫາເຫລົ່ານີ້ເກີດ​ຊຳ​ເຮື້ອມາ​ດົນ​ນານຫລາຍ​ແລ້ວ.

ສະນັ້ນ, ລັດຖະບານ​ຈຶ່ງ​ໄດ້​ປະກາດ​ໃຊ້​ບັນດານະ​ໂຍບາຍ ​ແລະ ມາດ​ຕະການ​ທາງ​ນິຕິ​ກຳ​ຫລາຍ​ສະບັບ ​ເຊັ່ນ: ຄຳ​ສັ່ງ​ເລກທີ 15/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ເຂັ້ມງວດ​ໃນ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ການ​ຂຸດ​ຄົ້ນ​ໄມ້, ​ເຄື່ອນ​ຍ້າຍ​ໄມ້ ​ແລະ ທຸລະ​ກິດ​ໄມ້, ຄໍາສັ່ງວ່າ​ດ້ວຍ​ການ​ຂຶ້ນບັນຊີ​ເຕົ້າ​ໂຮມ​ຊັບ​ສິນ​ທີ່​ສານ​ຕັດສິນ​ຮິບ​ມາ​ເປັນ​ຂອງ​ລັດ, ຄຳ​ສັ່ງວ່າ​ດ້ວຍ​ການ​ປະຢັດ​ລາຍ​ຈ່າຍ​ງົບປະມານ​​ລັດ ​ແລະ ນິຕິກໍາ​ອື່ນໆ, ພ້ອມທັງມີດຳລັດວ່າ​ດ້ວຍ​ການ​ເຝິກອົບຮົມ ​ແລະ ພັດທະນາ​ພະນັກງານ-ລັດຖະກອນ, ວ່າ​ດ້ວຍ​ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກ​ງານ​ຂອງ​ພະນັກງານ-ລັດຖະກອນ ແລະ ວ່າ​ດ້ວຍ​ການບັນ​ເທີ​ງ ແລະ ​ເພື່ອ​ປັບປຸງ​ໃຫ້​ກົງຈັກ​​ປອດ​ໃສ ​ແລະ ມີ​ປະສິດທິພາບ, ລັດຖະບານ​​ໄດ້​ມີ​ກົນ​ໄກ​ຕິດຕາມ​ກວດກາ​ເປັນ​ປະຈຳ ເປັນຕົ້ນ: ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ຈັດຕັ້ງສູນ​ກາງ​ພັກ, ອົງການ​ກວດກາ​ລັດຖະບານ, ກະຊວງ​ພາຍ​ໃນ, ກະຊວງ​ປ້ອງ​ກັນ​ປະ​ເທດ​, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ສະພາ​ແຫ່ງ​ຊາດ, ສະພາ​ທ້ອງ​ຖິ່ນ, ອົງການ​ຈັດຕັ້ງມະຫາຊົນ ​ໂດຍ​ໃຫ້​ຄະນະ​ພັກ​ແຕ່ລະ​ຂັ້ນ​ມີ​ການ​ສຳ​ຫລວດ​ກວດກາ​ປະ​ເມີນ​ຜົນທັງ​ກົງຈັກ ແລະ ​ພະນັກງານ​ເປັນ​ປະຈຳ, ຖ້າ​ກວດ​ເຫັນ​ຄວາມ​ບົກ​ຜ່ອງ, ຂໍ້ຜິດພາດ ຫລື ການ​ລະ​ເມີດ​ຕ່າງໆ​ ກໍ​ໄດ້​ດຳ​ເນີນ​ການ​ແກ້​ໄຂ​ໃຫ້​ເປັນ​ຮູບ​ປະ​ທຳ​ຂຶ້ນ ແລະ ສໍາຄັນແມ່ນ​ການ​ນຳເຮົາໄດ້​ເປັນ​ເອກະ​ພາບ​ກັນ​ວ່າ: ຖ້າ​ກວດ​ເຫັນ​ຢູ່​ໃສ, ອົງການ​ໃດ, ທ້ອງ​ຖິ່ນ​ໃດ ກໍ​ຕ້ອງ​ມອບ​ໃຫ້​ເປັນ​ພາລະ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ອົງການ​ນັ້ນ, ທ້ອງ​ຖິ່ນ​ນັ້ນຊີ້​ນຳ​ແກ້​ໄຂ, ຖ້າ​ບໍ່​ຢາກ​ແກ້ໄຂ, ບໍ່​ກ້າ​ແກ້ໄຂ ຫລື ບໍ່​ມີ​ຄວາມ​ສາມາດ​ແກ້ໄຂ ແມ່ນຂັ້ນ​ເທິງ​ສູງ​ກວ່າ​ນັ້ນຈະ​ເປັນ​ຜູ້​ແກ້ໄຂ ​ແລະ ກ້າວ​ໄປ​ເຖິງ​ແກ້ໄຂ​ຜູ້​ເປັນ​ຫົວໜ້າ​ຢູ່​ບ່ອນ​ນັ້ນ, ກົມ​ກອງນັ້ນທີ່ຕ້ອງໄດ້​ຄໍານຶງເຖິງ​ຄວາມ​ຮັບຜິດຊອບ​ຕໍ່​ພັກ-ລັດ ແລະ ລະບຽບ​ກົດໝາຍ, ສະນັ້ນລັດຖະບານຂໍ​ຮຽກຮ້ອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ທ້ອງ​ຖິ່ນຊ່ວຍພ້ອມ​ກັນຕິດຕາມ, ​ເປັນ​ຫູ​ເປັນຕາ ເພື່ອປະກອບສ່ວນ​ແກ້​ໄຂ​ບັນຫາ​ເຫລົ່າ​ນັ້ນ​ໃຫ້​ໝົດ​ໄປ​ເປັນ​ກ້າວໆ ເພາະພວກເຮົາຈະບໍ່​​ປະປ່ອຍ​ໃຫ້ມັນຊຳ​ເຮື້ອ​​ອີກຕໍ່ໄປ.

- 3 - ນາຍົກຊີ້ຕ້ອງເລັ່ງປັບປຸງກົງຈັກລັດໃຫ້ເຂັ້ມແຂງ
- 5 - ນາຍົກຊີ້ຕ້ອງເລັ່ງປັບປຸງກົງຈັກລັດໃຫ້ເຂັ້ມແຂງ
- 4 - ນາຍົກຊີ້ຕ້ອງເລັ່ງປັບປຸງກົງຈັກລັດໃຫ້ເຂັ້ມແຂງ