ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ດີຂຶ້ນ

ວັນທີ 22 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ແຂວງ ອັດຕະປື ແລະ ໄດ້ຮັບຟັງລາຍງານຂອງ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ກ່ຽວກັບການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ 6 ເດືອນ ຕົ້ນປີ 2024. ເຊິ່ງຕະຫລອດໄລຍະຜ່ານມາແຂວງ ອັດຕະປື ຍັງຮັກສາໄດ້ຄວາມມີສະຖຽນພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ເປັນເຈົ້າການພັດທະນາພື້ນຖານໂຄງລ່າງ ເສດຖະກິດຂອງແຂວງໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ປະຊາຊົນມີລາຍຮັບ ແລະ ມີຊີວິດການເປັນທີ່ດີຂຶ້ນເທື່ອລະກ້າວ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊີ້ນຳ ແລະ ເນັ້ນໃຫ້ການນໍາແຂວງອັດຕະປື ສືບຕໍ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ພາຍໃນພັກຢ່າງເຂັ້ມງວດ, ປັບປຸງລະບົບກົງຈັກການຈັດຕັ້ງ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດແຕ່ລະຂັ້ນ ໃຫ້ເຂັ້ມແຂງ ແລະ ມີຄວາມເອກະພາບໃນການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຕິດພັນກັບບັນຫາການດຳເນີນ 2 ວາລະແຫ່ງຊາດ, ແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງໃຫ້ໄດ້ດີຂຶ້ນ, ສູ້ຊົນແກ້ໄຂ ແລະ ອັດຊ່ອງທາງຮົ່ວໄຫໃຫ້ດີທີ່ສຸດ, ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກທຸກທ່າແຮງຍາດແຍ່ງການຊ່ວຍເຫລືອ ດຶງດູດການລົງທຶນເພື່ອມາພັດທະນາແຂວງ, ຫັນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ ແລະ ສ້າງເງື່ອນໄຂເອື້ອອໍານວຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອັດຕະປືໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຄຽງຄູ່ກັນນີ້ ຕ້ອງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດໃຫ້ເກີດເປັນຮູບປະທຳຫລາຍກວ່າເກົ່າ, ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ການລົງທຶນ ໃຫ້ດີຂຶ້ນເປັນກ້າວໆ, ຄຸ້ມຄອງໂຄງການລົງທຶນຂະໜາດໃຫຍ່ ໃຫ້ມີປະສິດທິຜົນ ແລະ ແກ້ໄຂບັນຫາໃຫ້ທັນກັບສະພາບການ; ສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ, ສົມທົບກັບບັນດາໂຄງການຂະໜາດໃຫຍ່ ເພື່ອເຮັດສັນຍາຜູກຂາດການຜະລິດ ແລະ ສະໜອງສິນຄ້າກະສິກຳຮັບໃຊ້ໂຄງການ ເພື່ອເປັນຕະຫລາດຊ່ວຍປະຊາ ຊົນແກ້ໄຂຄວາມທຸກຍາກ ແລະ ບັນຫາອື່ນໆ ພ້ອມທັງເອົາໃຈໃສ່ສືບຕໍ່ເຄື່ອນໄຫວນຳພາ-ຊີ້ນຳຢ່າງມີປະສິດທິພາບ ແລະ ປະສິດທິຜົນເທື່ອລະກ້າວ.