ຊົມເຊີຍ! ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ລົງສະໜາມນັດທຳອິດ ຊະນະ ທີມຊາດຟີລິບປິນ 3-0
June 22, 2024 - 11:26 AM
ວັນທີ 21 ມິຖຸນາ 2024, ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ລົງສະໜາມນັດທຳອິດ ພົບ ທີມຊາດຟີລິບປິນ ໃນການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ ASEAN U16 Boy’s Championship 2024 ທີ່ປະເທດອິນໂດເຊຍ, ເຊິ່ງທີມຊາດລາວສາມາດເອົາຊະນະທີມຊາດຟີລິບປິນ ຂາດ 3-0 ປະຕູ. ໄດ້ປະຕູຈາກ: ເບີ 8 ດາວພະຫັດ ກໍ່າກາຊົມພູ ນາທີ 39, James Sambalod ນາທີ 49 (OG) ແລະ ເບີ 16 ວົງເດືອນ ສຸລິບັນ ນາທີ 90+7.
ນັດທີ2 ທີມຊາດລາວຈະພົບກັບທີມຊາດສິງກະໂປ ໃນວັນທີ 24 ມິຖຸນາ 2024 ເວລາ 15:00 ໂມງ. ຢ່າລືມສົ່ງກຳລັງໃຈໃຫ້ນ້ອງໆທີມຊາດລາວ ແລະ ທີມງານທຸກຄົນທີ່ເດີນທາງເຂົ້າຮ່ວມການແຂ່ງຂັນ ສູ້ໆ.
ຮູບ: ສະຫະພັນບານເຕະແຫ່ງຊາດລາວ