ໂສມໜ້າໂຈນດຶງກະເປົາ! ກໍ່ເຫດມາແລ້ວ 3 ຄັ້ງ ຢູ່ເທສະບານ ເມືອງທ່າແຂກ
June 22, 2024 - 1:40 PM

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ວັນທີ 20 ມິຖຸນາ 2024 ເຈົ້າໜ້າທີ່ໄດ້ຈັບຕົວ ທ້າວ ລັດດາ ແກ້ວມະນີ ອາຍຸ 38 ປີ, ຢູ່ບ້ານຄຳແກ້ວ ເມືອງ ຫີນບູນ ແຂວງຄຳມ່ວນ ເຊິ່ງເປັນຜູ້ກໍ່ເຫດຊີງຊັບພົນລະເມືອງ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດແທ້ ແລະ ເຮັດມາແລ້ວ 3 ຄັ້ງ ເຊິ່ງຄັ້ງຫລ້າສຸດຊີງຊັບພົນລະເມືອງ ໄດ້ເງິນຈຳນວນຫລາຍ ແລ້ວ ເອົາເງິນໄປໃຊ້ໜີ້ ແລະ ໃຊ້ຈ່າຍຟູມເຟືອຍຈົນໝົດ, ແຮງຈູງໃຈໃນການກໍ່ເຫດແຕ່ລະຄັ້ງແມ່ນຍ້ອນຜູ້ກຽວເສບຢາເສບຕິດ ເມື່ອບໍ່ມີເງິນໄປຊື້ຢາມາເສບຈຶ່ງກໍ່ເຫດຊີງຊັບດຶງກະເປົາປະຊາຊົນໃນເທສະບານເມືອງທ່າແຂກ.
ພັທ ວໍລະຈິດ ດວງລາຕີ ຫົວໜ້າຫ້ອງຕຳຫລວດ ປກສ ແຂວງຄຳມ່ວນ ລາຍງານວ່າ: ຄະດີດັ່ງກ່າວເຈົ້າໜ້າທີ່ຍັງຈະສືບຕໍ່ເປີດກວ້າງຂະຫຍາຍຜົນຊອກຫາກຸ່ມຄົນຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ. ພ້ອມນີ້ກໍຝາກເຖິງປະຊາຊົນຈົ່ງມີສະຕິລະມັດລະວັງໃນການໄປມາ ໂດຍສະເພາະເວລາຂັບຂີ່ພາຫະນະລົດຈັກ ຫລື ລົດອື່ນໆ, ຮັກສາຊັບສິນມີຄ່າຂອງຕົນໄວ້ໃຫ້ດີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມເຄື່ອນໄຫວລັກຊັບ-ຊີງຊັບ ພົນລະເມືອງ.