ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ

ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ - AFP  20240529  34UA6DH  v2  HighRes  PalestinianIsraelConflict e1719020032795 - ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ
ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ - kitchen vibe - ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ

      ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ຈາກເຫດການສໍານັກງານຂອງຄະນະກໍາມະການກາແດງສາກົນຢູ່ເຂດກາຊາ ຕົກເປັນເປົ້າໝາຍຂອງການໂຈມຕີ.

     ວັນທີ 22 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ຄະນະກໍາມະການກາແດງສາກົນ (ICRC) ລາຍງານວ່າ: ສໍານັກງານ ICRC ໄດ້ຮັບຄວາມເສຍຫາຍຈາກການໂຈມຕີໂດຍປືນໃຫຍ່ຂອງກອງກໍາລັງຍັງບໍ່ຮູ້ຝ່າຍ ໃນວັນທີ 21 ມິຖຸນາຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 45 ຄົນ ສ່ວນຫລາຍເປັນປະຊາຊົນ ເຊິ່ງເຂົ້າມາຫລົບໄພຈາກການສູ້ຮົບ.

     ຂະນະທີ່ກອງທັບອິດສະລາແອນອອກຖະແຫລງການ ຢືນຢັນວ່າ: ບໍ່ໄດ້ປະຕິບັດການທາງທະຫານໃນພື້ນທີ່ດັ່ງກ່າວຕາມວັນ ແລະ ເວລາທີ່ລະບຸຢູ່ໃນຖະແຫລງການຂອງ ICRC, ແຕ່ຈະກວດສອບເຫດການທີ່ເກີດຂຶ້ນຢ່າງລະອຽດ. ສ່ວນກະຊວງສາທາລະນະສຸກຢູ່ເຂດກາຊາອອກຖະແຫລງການ ປະນາມອິດສະລາແອນເປັນຜູ້ກໍ່ເຫດໂຈມຕີ.

      ທັງນີ້, ສົງຄາມລະຫວ່າງອິດສະລາແອນກັບກຸ່ມຮາມັດ ເຊິ່ງເລີ່ມຂຶ້ນໃນວັນທີ 7 ຕຸລາ 2023 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 37,000 ຄົນ ຢູ່ເຂດກາຊາ, ສ່ວນຢູ່ອິດສະລາແອນມີຜູ້ເສຍຊີວິດປະມານ 1,170 ຄົນ. ນອກຈາກນັ້ນ ຮອດຕອນນີ້ມີການປະເມີນວ່າ: ກຸ່ມຮາມັດຍັງຄວບຄຸມຕົວປະກັນໄວ້ອີກປະມານ 116 ຄົນ. ເຖິງຢ່າງໃດກໍຕາມ, ຂໍ້ມູນຂ່າວຂອງອິດສະລາແອນລະບຸວ່າ: ຕົວປະກັນຢ່າງໜ້ອຍ 41 ຄົນ ອາດເສຍຊີວິດແລ້ວ.

ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ - 3 - ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ
ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ - 5 - ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ
ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ - 4 - ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ