ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງ ຕ້ອງສອດຄ່ອງກັບລະບຽບກົດໝາຍ

ໂດຍ: ຜາຕຸງ
ໃນສະພາບເສດຖະກິດຝຶດເຄືອງ ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ ຄວາມຜັນຜວນຂອງອັດຕາແລກປ່ຽນບໍ່ຄົງທີ່ ລາຄາສິນຄ້າເຄື່ອງອຸປະໂພກ ບໍລິໂພກ ລ້ວນແລ້ວ ແຕ່ຖີບຕົວຂຶ້ນສູງ ຍັງເປັນບັນຫາທີ່ແກ້ໄຂບໍ່ທັນໄດ້ ແລະ ເປັນບັນຫາທີ່ທ້າທາຍຕໍ່ຫຼາຍພາກສ່ວນໃນການສືບຕໍ່ແກ້ໄຂໃຫ້ໂລ່ງລ່ຽນການຊອກສະແຫວງຫາຄວາມຢູ່ລອດຂອງທຸກຄົນໃນສັງຄົມຕ້ອງສືບຕໍ່ດຳເນີນໄປຕາມແຕ່ລະເງື່ອນໄຂຂອງໃຜມັນ ແລະ ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງຕ່າງໆ ແມ່ນໜຶ່ງທາງອອກເພື່ອຄວາມຢູ່ລອດ ຈາກນັ້ນຈຶ່ງປາກົດເຫັນວ່າ ທຸລະກິດນີ້ເລີ່ມເກີດຂຶ້ນຢ່າງຫຼວງຫຼາຍ
ຈິງຢູ່ວ່າ ເລື່ອງການກິນການດື່ມນີ້ ມັນເປັນເລື່ອງປົກກະຕິໃນການດຳລົງຊີວິດຂອງມວນມະນຸດໃນສັງຄົມໜຶ່ງໆທີ່ປະຕິເສດບໍ່ໄດ້ ແຕ່ສິ່ງທີ່ຈະຍົກຂຶ້ນມາເວົ້າ ແລະ ຄວນເຂົ້າໃຈນຳກັນຕື່ມກໍຄືຂອດການບໍລິການຂອງຜູ້ເປັນເຈົ້າຂອງຮ້ານ ເລື່ອງການປະຕິບັດຕາມໂມງເວລາ, ການອະນຸຍາດໃຫ້ບຸກຄົນຕໍ່າກວ່າ 18 ປີເຂົ້າ ແລະ ການເປີດສຽງດັງເກີນຂອບເຂດ ຈົນກາຍເປັນບັນຫາ.
ນອກນີ້ ຍັງມີປາກົດການໃໝ່ເກີດຂຶ້ນ ເຊັ່ນ ການມົ້ວສຸມສິ່ງເສບຕິດ, ການຄ້າປະເວນີ, ການອາລະວາດຕີກັນ ແລະ ບັນຫາອື່ນໆ ຊຶ່ງບັນຫາຕ່າງໆກໍຍັງບໍ່ທັນຖືກການແກ້ໄຂຢ່າງເປັນຮູບປະທຳເທື່ອ ແຕ່ກົງກັນຂ້າມພັດຍັງມີບັນຫາເພີ່ມຂຶ້ນເລື້ອຍໆ.
ການແກ້ໄຂສະພາບການດັ່ງກ່າວ ຕ້ອງອີງໃສ່ຕົວກົດໝາຍ ແລະ ນິຕິກຳຕ່າງໆທີ່ກຳນົດອອກມາ ແລ້ວແບ່ງໜ້າທີ່ຄວາມຮັບຜິດຊອບການຄຸ້ມຄອງ ແລະ ການປະສານສົມທົບລະຫວາງ ສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດ ຊັດເຈນ ກໍຈະເຮັດໃຫ້ບັນຫາຕ່າງໆເຫລົ່ານັ້ນໄດ້ຮັບການແກ້ໄຂ ແຕ່ໃນໄລຍະຜ່ານມາ ອາດຍັງມີບາງຂອດຂາດຕົກບົກພ່ອງ ບາງແຂວງບາງເມືອງ ມັກມີການແຈ່ງການໃຫ້ປິດຮ້ານບັນເທີງໄຫລຍະສອບເສັງຈົບຊັ້ນ ເພື່ອປ້ອງກັນບໍ່ໃຫ້ມີການມົ້ວສຸມສະຫລອງການສອບເສັງ ຈົນລືມໄປວ່າ ໂດຍປົກກະຕິແລ້ວເດັກຕໍ່າກວ່າ 18 ປີກໍບໍ່ຄວນມີກິດຈະກຳແບບນັ້ນຢູ່ແລ້ວ ຫລື ຜ່ານມາບໍ່ໄດ້ຫ້າມກັນ.
ຖ້າທຸກພາກສ່ວນເຂັ້ມງວດຕໍ່ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາທຸລະກິດບໍລິການບັນເທີງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ, ໄດ້ມາດຕະຖານ ແລະ ເປັນເອກະພາບໃນທົ່ວປະເທດ ເພື່ອອະນຸລັກ, ປົກປັກຮັກສາ, ໂຄສະນາ, ສົ່ງເສີມ ສິລະປະ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ມີຄວາມຍືນຍົງ ແລະ ຂະຫຍາຍຕົວສູ່ສາກົນ