ກະສິກຳ-ປ່າໄມ້ເມືອງທ່າແຕງເຜີຍແຜ່ພາລະບົດບາດການຈັດຕັ້ງຕ່າງໆ
ຫ້ອງການກະສິກຳ ແລະ ປ່າ ໄມ້ ເມືອງທ່າແຕງແຂວງເຊກອງ ຈັດກອງປະຊຸມເຊື່ອມຊຶມພາລະ ບົດບາດ ແລະ ການຈັດຕັ້ງຕ່າງໆ ໃນກົມກອງຂອງຕົນຂຶ້ນໃນ ວັນທີ 24 ຕຸລານີ້, ໂດຍການເປັນປະ ທານຂອງທ່ານ ສົມເພັດ ເອິດລັດ ດາ ຮອງເຈົ້າເມືອງ ທ່າແຕງຜູ້ ຊີ້ ນຳຂົງເຂດເສດຖະກິດ.
+ ກະສິກຳແຂວງບໍ່ແກ້ວມອບລົດ 6 ຄັນໃຫ້ຂະແໜງປ່າໄມ້
+ ທ່າແຕງເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຮ້ອງທຸກ
ທ່ານຫົວໜ້າຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງທ່າແຕງ ກ່າວວ່າ: ກອງປະຊຸມໄດ້ຮັບຟັງ ແຈ້ງການກ່ຽວກັບການກວດກາ ຄືນການກຳນົດຕຳແໜ່ງງານ, ຄຳແນະນຳກ່ຽວກັບການກຳນົດ ຕຳແໜງງານຂອງຫ້ອງການ, ບັນດາກົມ, ອົງການລັດທຽບ ເທົ່າກົມອ້ອມຂ້າງກະຊວງກະສິ ກຳ ແລະ ປ່າໄມ້, ບັນດາພະແນກ ກະສິກຳ ແລະ ປ່າໄມ້ປະຈຳ ແຂວງ, ນະຄອນຫລວງວຽງ ຈັນ ເພື່ອໃຊ້ພະນັກງານລັດຖະ ກອນໃຫ້ຖືກຕ້ອງກັບວຽກງານ, ຫລີກເວັ້ນພະນັກງານເຫລືອບໍ່ພໍ, ຫລີກການກ້າວກ່າຍໜ້າທີ່ ແລະ ຄວາມຮັບຜິດຊອບ ເຊິ່ງກັນ ແລະ ກັນພ້ອມທັງເປັນການແກ້ໄຂປະ ກົດການຫຍໍ້ທໍ້ໃນວຽກງານຄຸ້ມ ຄອງລັດຖະກອນ, ຮັບປະກັນ ຄວາມປອດໃສ່ໃນການຈັດຕັ້ງປະ ຕິບັດ ແລະ ສອດຄ່ອງກັບແຜນ ພັດທະນາຂອງຂະແໜງກະສິ ກຳ ແລະ ປ່າໄມ້ທີ່ໄດ້ລະບຸໄວ້ໃນມະ ຕິ X ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020), ແຜນຍຸດທະສາດ 2025 ແລະ ວິໄສທັດ 2030 ຂອງຂະແໜງ ກະສິກຳ ແລະ ປ່າໄມ້, ພ້ອມທັງ ປະກອບສ່ວນວຽກຈຸດສຸ່ມຂອງ ພັກ-ລັດຖະບານໂດຍຕິດພັນ ກັບ 3 ເສົາຄ້ຳ, 4 ແຜນງານ 10 ແຜນດຳເນີນງານ, ວຽກງານ 3 ສ້າງວຽກທີ່ພົວພັນກັບພັນທະ ໃນພາກພື້ນ ແລະ ສາກົນຢ່າງ ເລິກ ເຊິ່ງ.