ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ

ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - 44877515 - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ
ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - kitchen vibe - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ

ວັນທີ 24 ມິຖຸນາ 2024 ນີ້, ພັນໂທ ອຳພອນ ຄຳອຸ່ນທອນ ຮອງພະແນກຕຳຫລວດຊີ້ນຳວຽກງານຈາລະຈອນເມືອງໄຊເສດຖາ ນະຄອນຫລວງວຽງຈັນ ລາຍງານຜ່ານລາຍການຂັບຂີ່ປອດໄພຂອງວິທະຍຸແຫ່ງຊາດວ່າ: ອຸປະຕິເຫດລົດຕຳກັນ 5 ຄັນຊ້ອນ ເມື່ອວັນທີ 20 ມິຖຸນາຜ່ານມາ ຢູ່ຕໍ່ໜ້າຮ້ານຂົນສົ່ງ ບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ແມ່ນເກີດຈາກລົດບັນທຸກ (ລົດເຄນ) ຂີ່ມາຕາມເສັ້ນທາງຊື່ ພໍມາຮອດຈຸດເກີດເຫດ ເກີດເບກແຕກ, ຜູ້ຂັບຂີ່ຈຶ່ງຕັດສິນໃຈ ຫັກລົດຫລົບເຂົ້າແຄມທາງ ຈຶ່ງໄປຕຳລົດໃຫຍ່ 3 ຄັນທີ່ຈອດຢູ່ແຄມທາງ ແລະ ລົດທີ່ຂີ່ສວນທາງມາ 1 ຄັນ, ລວມເປັນ 5 ຄັນ. ແຕ່ຖ້າຫາກບໍ່ຫັກເຂົ້າແຄມທາງ ອາດຈະໄປຕໍາລົດຈັກທາງໜ້າ ຫລື ເສຍຫລັກໄປຕຳລົດທີ່ຂີ່ສວນເລນມາ ຜົນເສຍຫາຍອາດຈະມີຫລາຍກວ່ານັ້ນ.

ພາຍຫລັງເກີດເຫດ ເຈົ້າໜ້າທີ່ໄດ້ເອົາລົດທັງໝົດ ເຂົ້າມາດຳເນີນການສືບສວນ-ສອບສວນຢ່າງລະອຽດ ແລະ ຈະແຈ້ງຕື່ມວ່າໃຜຈະເປັນຄົນຮັບຜິດຊອບແນວໃດ ຕໍ່ອຸປະຕິເຫດຄັ້ງນີ້.

ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - Visit Laos Visit SALANA BOUTIQUE HOTEL - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ
ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - Visit Laos Visit SALANA BOUTIQUE HOTEL - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ
ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - 5 - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ
ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - 3 - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ
ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ - 4 - ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ