ສະເໜີປັບປຸງກົດໝາຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໃຫ້ຄົບຖ້ວນ-ມີຄຸນນະພາບກວ່າເກົ່າ
June 24, 2024 - 5:36 PM

ໃນວັນທີ 24 ມິຖຸນາ 2024, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດປະກອບຄຳຄິດເຫັນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບການປ່ຽນແປງໃນໄລຍະໃໝ່. ຮ່າງກົດໝາຍສະບັບປັບປຸງໃໝ່ ປະກອບມີ 11 ພາກ, 9 ໝວດ ແລະ 69 ມາດຕາ (ປັບປຸງ 52 ມາດຕາ, ສ້າງໃໜ່ 12, ຮັກສາອັນເກົ່າ 5 ມາດຕາ).
ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ວຽກງານກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໃນຂະແໜງການສາທາລະນະສຸກ ແຕ່ລະດ້ານໄດ້ຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ມີປະສິດທິຜົນ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນໃນທົ່ວປະເທດ, ມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ ຂອງບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ; ເປັນການຮັບປະກັນ ໃນການຈັດຕັ້ງປະຕິບັດ ແລະ ການຫັນເອົາຍຸດທະສາດ, ກົດໝາຍ ແລະ ນິຕິກໍາຕ່າງໆ ຂອງກະຊວງສາທາລະນະສຸກ ເຂົ້າໃນການພັດທະນາໃນແຕ່ລະວຽກງານ, ການບໍລິຫານ ແລະ ການຄຸ້ມຄອງວຽກງານກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໃຫ້ມີຄຸນນະພາບ, ມີປະສິດທິພາບ ແລະ ມີປະສິດທິຜົນ ຫລາຍຂຶ້ນກວ່າເກົ່າ;
ນອກນັ້ນຍັງ ເປັນການຍົກລະດັບວຽກງານກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ, ບັນດາກິດຈະກໍາ, ໂຄງການໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ບັນລຸຄາດໝາຍ ທີ່ສະພາແຫ່ງຊາດ ແລະ ລັດຖະ ບານ ວາງອອກ ໃນແຕ່ລະໄລຍະ; ສາມາດຄຸ້ມຄອງ, ຕິດຕາມ ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ ຢ່າງເປັນລະບົບ; ຜູ້ຕິດເຊື້ອເຮສໄອວີ/ພະຍາດເອດ ຈະໄດ້ຮັບການບໍລິການ, ຄໍາປຶກສາ, ແນະນໍາ, ປິ່ນປົວ ແລະ ຢູ່ຮ່ວມກັບສັງຄົມຢາງເປັນປົກກະຕິ.