ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ

ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - 4370 - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ
ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - kitchen vibe - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ

ລັດຖະບານ ໄດ້ດໍາເນີນກອງປະຊຸມວິສາມັນປະຈຳເດືອນ ມິຖຸນາ ຂອງລັດຖະບານ ດຳເນີນໄປໃນວັນທີ 24 ມິຖຸນາ 2024, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່  ພ້ອມທັງເຫັນດີຮັບຮອງເອົາ ຮ່າງແຜນແມ່ບົດການພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໄລຍະ 2024-2034; ເຫັນດີຮັບຮອງເອົາລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ແລະ ຂົງເຂດວຽກງານການຕ່າງປະເທດ ແລະ ແຜນວຽກຈຸດສຸມຕໍ່ໜ້າ; ລວມທັງ ຜົນການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຂອງທ່ານນາຍົກລັດຖະມົນຕີ.

 ສຳລັບແຜນວຽກຈຸດສຸມໃນເດືອນກໍລະກົດ 2024 ລັດຖະບານຈະສືບຕໍ່ເອົາໃຈໃສ່ 8 ວຽກງານສຳຄັນຄື:

ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - Visit Laos Visit SALANA BOUTIQUE HOTEL - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ
ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - Visit Laos Visit SALANA BOUTIQUE HOTEL - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ

1.   ສືບຕໍ່ເຂົ້າຮ່ວມລາຍງານ ແລະ ປ້ອງກັນບັນດາເນື້ອໃນກົດໝາຍຕ່າງໆ ຕາມວາລະກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX;

2.   ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ໂດຍລົງເລິກເນື້ອໃນທີ່ຈະປຶກສາຫາລື ໂດຍສະເພາະການແບ່ງຄວາມຮັບຜິດຊອບປະຕິບັດແຜນວຽກຈຸດສຸມຕົວຈິງ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2024;

3.   ກະກຽມສະຫລຸບລາຍງານຜົນການປະຕິບັດວຽກງານ ໃນໄລຍະ 6 ເດືອນຕົ້ນປີ 2024 ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕໍ່ພາກສ່ວນທີ່ກ່ຽວຂ້ອງ;

4.   ກະກຽມກອງປະຊຸມ ວຽກງານປົກຄອງທົ່ວປະເທດ ຊຶ່ງຄາດວ່າຈະຈັດກ່ອນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024;

5.   ສຸມໃສ່ແກ້ໄຂວຽກເຄັ່ງຮ້ອນຈຳນວນໜຶ່ງ ເປັນຕົ້ນ ການແກ້ໄຂອັດຕາແລກປ່ຽນ; ການຄວບຄຸມການນໍາເຂົ້າສິນຄ້າ ທີ່ພາຍໃນເຮົາສາມາດຜະລິດໄດ້, ສິນຄ້າຟຸ່ມເຟືອຍ; ແກ້ໄຂບັນຫາໜີ້ສິນ ແລະ ອື່ນໆ;

6.   ສຸມໃສ່ຊຸກຍູ້, ຕິດຕາມໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ໂຄງການພະລັງງານໄຟຟ້າ ທີ່ຈະສົ່ງໄຟໄປຕ່າງປະເທດ;

7.   ສືບຕໍ່ ຕິດຕາມສະພາບຂອງດິນຟ້າອາກາດໃນໄລຍະລະດູຝົນນີ້ ເພື່ອມີແຜນປ້ອງກັນ ແລະ ຮັບມືກັບບັນຫາໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ພ້ອມນີ້ ກໍເອົາໃຈໃສ່ການຄຸ້ມຄອງ ຈັດການນໍ້າຢູ່ອ່າງເກັບນໍ້າຊົນລະປະທານ ແລະ ບໍລິຫານນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ຢູ່ໃນລະດັບທີ່ຮັບປະກັນດ້ານເຕັກນິກ ແລະ ຄວາມປອດໄພ;

8.   ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບການນໍາຂັ້ນສູງຕ່າງປະເທດ ທີ່ຈະເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຄວາມສຳເລັດ, ເປັນຮູບປະທໍາຕົວຈິງ ແລະ ທັນກັບສະພາບການ.

ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - 3 - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ
ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - 5 - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ
ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ - 4 - ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ