ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ

ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - 8138 - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ
ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - kitchen vibe - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ

ກອງປະຊຸມສະໄໝສະມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ທີ່ດຳເນີນໄປໃນວັນທີ 25 ມິຖຸນາ 2014, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍສະບັບນີ້ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມກວ່າເກົ່າ ແລະ ສາມາດປະຕິບັດໄດ້ ຢ່າງສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່, ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ປະກອບມີ 8 ພາກ ແລະ 64 ມາດຕາ, ຕັດອອກ 3 ມາດຕາ, ເພີ່ມເນື້ອໃນເຂົ້າໃໝ່ 3 ມາດຕາ, ປັບປຸງເນື້ອໃນ 40 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 18 ມາດຕາ.

ພາຍຫລັງກົດໝາຍສະບັບນີ້ຖືກຮັບຮ້ອງ ແລະ ປະກາດໃຊ້ ຈະສາມາດສ້າງລາຍຮັບເຂົ້າງົບປະ ມານໄດ້ເພີ່ມຂຶ້ນ, ຈຳກັດຊ່ອງວ່າງຈາການຮົ່ວໄຫລຂອງລາຍຮັບ, ການຄວບຄຸມເງິນຕາ ມີຄວາມຮັດ ກຸມຂຶ້ນຕື່ມ ແລະ ຖືກຍອມຮັບຈາກສາກົນຫລາຍຂຶ້ນທາງດ້ານເນື້ອໃນ; ກົນໄກປະຕິບັດອາກອນມູນຄ່າເພີ່ມ ທີ່ມີຄວາມສອດຄ່ອງ ໄປຕາມຕ່ອງໂສ້ທີ່ໄດ້ມາດຕະຖານສາກົນ ໂດຍສະເພາະຂອດການຄຸ້ມຄອງການຈັດເກັບອາກອນມູນຄ່າເພີ່ມສົ້ນເຂົ້າ, ການຫັກ ແລະ ການສົ່ງຄືນ ອາກອນມູນຄ່າເພີ່ມ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສາມາດ ຄຸ້ມຄອງເງິນຕາຕ່າງປະເທດ ທີ່ຕິດພັນກັບການສົ່ງອອກສິນຄ້າ ຕ້ອງນຳເງິນເຂົ້າມາປະເທດ ໂດຍຜ່ານລະບົບທະນາຄານ ຕາມລະ ບຽບການ ຢ່າງຄົບຖ້ວນ; ສ້າງຄວາມເປັນທຳໃຫ້ແກ່ວິສາຫະກິດ ຜູ້ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ເປັນຕົ້ນການອະນຸຍາດສິນເຊື່ອອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ຫັກບໍ່ໝົດໃນປີ ສາມາດນຳໄປຫັກຕໍ່ໃນປີຕໍ່ໄປໄດ້ ແລະ ສ້າງລະບຽບການຄຸ້ມຄອງການສົ່ງຄືນເງິນ ອາກອນມູນຄ່າເພີ່ມ ໃຫ້ສະດວກ ແລະວ່ອງໄວ; ສືບຕໍ່ເພີ່ມປະສິດທິພາບ ການເຊື່ອມຕໍ່ຖານຂໍ້ມູນ ກັບຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງທະນາຄານໃນການຄຸ້ມຄອງລະບົບຖານຂໍ້ມູນຂອງວິສາຫະກິດ ລວມທັງລະບົບຄຸ້ມຄອງເງິນຕາຂອງທະນາຄານແຫ່ງ ສປປ ລາວ ແລະ ອື່ນໆ ເຮັດໃຫ້ການຄຸ້ມຄອງ ອາກອນມູນຄ່າເພີ່ມ ມີປະສິດທິພາບ ແລະ ປະສິດທິຜົນດີຂື້ນກວ່າເກົ່າ.

ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - Visit Laos Visit SALANA BOUTIQUE HOTEL - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ
ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - Visit Laos Visit SALANA BOUTIQUE HOTEL - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ
ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - 5 - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ
ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - 4 - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ
ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ - 3 - ສະເໜີປັບປຸງຮ່າງກົດໝາຍອາກອນມູນຄ່າເພີ່ມ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ໂປ່ງໃສ