ມອບຮັບໂຄງການອະນຸສອນສະຖານກອງຮ້ອຍລາດຊະວົງສະໄໝ 25 ທ່ານ ລວມມູນຄ່າ 113.9 ຕື້ກວ່າກີບ ໃຊ້ເວລາກໍ່ສ້າງເກືອບ 12 ປີ

ວັນທີ 21 ມິຖຸນາ 2024 ຜ່ານມານີ້ ແຂວງຫົວພັນຈັດພິທີມອບ-ຮັບໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງສະໄໝ 25 ທ່ານຢູ່ຖໍ້າແມ ເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ກ່າວມອບໂດຍທ່ານ ຄຳຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກກໍ່ສ້າງສ້ອມແປງຂົວ-ທາງເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານ ພົຈວ ຄໍາເມືອງ ໂຄດລົງຄູນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜູ້ຮັບເໝາົກໍ່ສ້າງລາຍງານວ່າ: ໂຄງການດັ່ງກ່າວນີ້ ເປັນໂຄງການບຸລິມະສິດຂອງລັດຖະບານເລີ່ມກໍ່ສ້າງມາແຕ່ປີ 2012 ແລະ ສຳເລັດປີ 2017 ແຕ່ເນື່ອງຈາກສະພາບແວດລ້ອມບໍ່ເອື້ອອຳນວຍຄວາມສະດວກຈຶ່ງແກ່ຍາວມາຮອດປີ 2024 ຈຶ່ງໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ປະກອບມີໜ້າວຽກກໍ່ສ້າງຫໍມູນເຊື້ອ, ຫ້ອງການ, ເຮືອນພັກ ແລະ ໜ້າວຽກອື່ນໆ ລວມມູນຄ່າ 113.9 ຕື້ກວ່າກີບ ໂດຍແມ່ນງົບປະມານຂອງລັດ ແຕ່ບໍລິສັດຜູ້ຮັບເໝົາກໍ່ສ້າງເປັນຜູ້ລົງທຶນກ່ອນ.
ໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງສະໄໝ 25 ທ່ານ ຢູ່ຖໍ້າແມ ເປັນໂຄງການທີ່ມີຄວາມ ໝາຍສຳຄັນທາງປະຫວັດສາດຂອງຊາດລາວເຮົາ ເປັນໂຄງການອະນຸສອນທີ່ຈາລຶກຜົນງານຂອງພະນັກງານນັກຮົບປະຕິວັດ 25 ທ່ານ ທີ່ເປັນຕົ້ນກຳເນີດຂອງກຳລັງປະກອບອາວຸດຂອງກອງທັບປົດປ່ອຍປະຊາຊົນລາວ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ ໂດຍສະເພາະແມ່ນບ່ອນກຳເນີດກອງຮ້ອຍລາດຊະວົງຊຶ່ງແມ່ນປະທານ ໄກສອນ ພົມ ວິຫານ ເປັນຜູ້ປະກາດສ້າງຕັ້ງ.
ນອກນີ້ຍັງເປັນບ່ອນທ່ອງທ່ຽວທາງດ້ານປະຫວັດສາດ ເປັນບ່ອນສຶກສາຮຽນຮູ້ຂອງລູກຫຼານເຍົາວະຊົນ, ນັກຮຽນ-ນັກສຶກສາປັນຍາຊົນຄົນຮຸ່ນໃໝ່ ເພື່ອໃຫ້ຮັບຮູ້ເຂົ້າໃຈແຈ້ງຕໍ່ການກຳເນີດເຕີບໃຫຍ່ຂອງກອງຮ້ອຍລາດຊະວົງໃນສະໄໝກ່ອນ ຕໍ່ມາໄດ້ກາຍເປັນກຳລັງຫຼັກແຫຼ່ງຕໍ່ພາລະກິດຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດລ່າເມືອງຂຶ້ນ ພ້ອມລູກແຫຼ່ງຕີນມືຂອງພວກເຂົາ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາເປັນ ສປປ ລາວໃນວັນທີ 2 ທັນວາ 1975. ຈາກນັ້ນ, ໄດ້ສືບຕໍ່ເປັນກຳລັງຫຼັກໃນພາລະກິດປ່ຽນແປງໃໝ່ຂອງຊາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຖິງປັດຈຸບັນ.