ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ

ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ -                                                        - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ
ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ - kitchen vibe - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ

ວັນທີ 26 ມິຖຸນາ 2024, ແຂວງຊຽງຂວາງ ໄດ້ຈູດທຳລາຍສິ່ງເສບຕິດ ຢູ່ສູນບໍາບັດສາຍນໍ້າກຶນ ເມືອງແປກ, ໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 37 ປີ, ຄື ວັນທີ ( 26 ມິຖຸນາ 1987 – 26 ມິຖຸນາ 2024) ນີ້; ເຊິ່ງຢາເສບຕິດທີ່ໄດ້ນໍາມາຈູດທໍາລາຍໃນຄັ້ງນີ້ລວມມີ 8 ປະເພດ ທີ່ສານໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ເປັນຕົ້ນແມ່ນ: ຢາບ້າຫຼາຍກວ່າ 82,800 ເມັດ, ເຮໂລອິນ 18 ແທ່ງ, ກັນຊາແຫ້ງ 360 ແກັດ, ຢາສູບໄຟຟ້າ 250 ອັນ, ຄໍຣາເຈນ 2 ຊອງ, ກາເຟປາຕີ 7 ຊອງ, ຢາດີໄອທີ່ປະສົມໃສນໍ້າກະທ່ອມ 108 ກວດ ແລະ ໝາກຝິ່ນແຫ້ງອີກຈໍານວນໜຶ່ງ; ນີ້ກໍເພື່ອເປັນການ ສະກັດກັ້ນ, ຕ້ານການຄ້າຂາຍສິ່ງເສບຕິດໃຫ້ໝົດໄປໃນສັງຄົມເທື່ອລະກ້າວ.

   ພັອ ຈຸຊົ່ງ ຈື້ໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງໃຫ້ຮູ້ວ່າ: ບັນຫາປະກົດການຫຍໍ້ທໍ້ ສິ່ງເສບຕິດໄດ້ມີລັກສະນະແຜ່ລາມອອກຢ່າງຈະແຈ້ງ, ເກີດຂຶ້ນຢູ່ໃນທຸກໆເມືອງ, ເປົ້າໝາຍມີທັງ ຄ້າຂາຍລາຍໃຫ່ຍ - ລາຍຍ່ອຍ ໄດ້ມີການພົວພັນກັນແບບຕ່ອງໂສ້ ແລະ ຊອກຫາທາງທຸກເລ່ລ່ຽມ ເພື່ອໄດ້ມາຈໍາໜ່າຍສິ່ງເສບຕິດ ໄດ້ຢ່າງວ່ອງໄວ ແລະ ແພ່ລາມຢ່າງກວ້າງຂວາງ ທັງກຽມພ້ອມຕອບໂຕ້ເຈົ້າໜ້າທີ່ດ້ວຍອາວຸດຕ່າງໆ ເວລາທີ່ຖືກກວດພົບ; ເຊິ່ງສິ່ງເສບຕິດທີ່ກວດພົບ ແລະ ຢຶດໄດ້ສ່ວນຫຼາຍແມ່ນປະເພດ ຢາເຮໂຣອິນ, ຢາບ້າ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ, ຄໍລະເຈນ ແລະ ອື່ນໆ; ເຮັດໃຫ້ມີ ຊາວໜຸ່ມ-ໄວໜຸ່ມ ຍິງ - ຊາຍ, ນັກຮຽນ - ນັກສຶກສາ ແລະ ປະຊາຊົນຜູ້ທີ່ຮູ້ເທົ່າບໍ່ເຖິງການຈໍານວນບໍ່ໜ້ອຍ ທີ່ບໍ່ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ໄດ້ຫຼົງເສບສິ່ງເສບຕິດປະເພດຕ່າງໆ ທີ່ມີລັກສະນະແຜ່ລາມລະບາດຢ່າງກວ້າງຂວາງ ພາໃຫ້ເກີດມີປະກົດການຫຍໍ້ທໍ້ຂີ້ລັກງັດແງະ, ຊີງຊັບພົນລະເມືອງ, ຄາຕະກໍາ, ອາລະວາດຕີກັນ ເເລະ ອື່ນໆ ແລະ ເປັນຜົນກະທົບຕໍ່ການພັດທະນາເສດຖະກິດ - ສັງຄົມຂອງພວກເຮົາ.

ຂ່າວ-ພາບ: ຊາວໜຸ່ມແຂວງ

ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ - Visit Laos Visit SALANA BOUTIQUE HOTEL - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ
ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ - Visit Laos Visit SALANA BOUTIQUE HOTEL - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ
ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ - 4 - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ
ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ - 3 - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ
ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ - 5 - ແຂວງຊຽງຂວາງ ຈູດທໍາລາຍຢາບ້າ, ເຮໂຣອິນ, ຢາໄອ້, ຢາຝິ່ນ, ກັນຊາ, ຢາສູບໄຟຟ້າ ແລະ ຄໍລະເຈນ