ຜູ້ນຳເກນຢາຍອມຖອນກົດໝາຍພາສີສະບັບໃໝ່ ຫວັງຢຸດການປະທ້ວງນອງເລືອດ

ປະທານາທິບໍດີເກນຢາຈະບໍ່ລົງນາມຮັບຮອງກົດໝາຍການເງິນ ທີ່ຈະມີການຂຶ້ນພາສີຫລາຍລາຍການ ເພື່ອບັນເທົາຄວາມບໍ່ພໍໃຈຢ່າງໜັກຂອງປະຊາຊົນ ເຊິ່ງປະທ້ວງຢ່າງໜັກຈົນມີຜູ້ເສຍຊີວິດຫລາຍກວ່າ 20 ຄົນ.
ວັນທີ 27 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ວິວລຽມ ຣູໂຕ ຜູ້ນໍາເກນຢາ ຖະແຫລງໃນວັນທີ 26 ມິຖຸນາຜ່ານມາວ່າ: ຢືນຢັນຈະບໍ່ລົງນາມໃນກົດໝາຍການເງິນສະບັບໃໝ່ ທີ່ມີເນື້ອໃນລວມທັງມາດຕະກາານຂຶ້ນພາສີຫລາຍລາຍການ ເຊິ່ງເປັນສາເຫດເຮັດໃຫ້ເກີດການປະທ້ວງຄັ້ງໃຫຍ່ທົ່ວປະເທດໃນອາທິດນີ້ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ໃນຈໍານວນນີ້ຢ່າງໜ້ອຍ 19 ຄົນ ເປັນຜູ້ເສຍຊີວິດຢູ່ນະຄອນຫລວງໄນໂຣບີ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 300 ຄົນທົ່ວປະເທດ.
ທັງນີ້, ທ່ານ ຣູໂຕ ບໍ່ລົງນາມ ຈະເທົ່າກັບເປັນການເລີ່ມຕົ້ນຂະບວນການຍົກເລີກກົດໝາຍໂດຍປະລິຍາຍ. ເຖິງຢ່າງໃດກໍຕາມ, ບັນດາແກນນໍາຂອງຜູ້ປະທ້ວງສ່ວນຫລາຍເປັນກຸ່ມຄົນໜຸ່ມສາວ ຍັງບໍ່ພໍໃຈຕໍ່ທ່າທີຂອງລັດຖະບານ ໂດຍເບິ່ງວ່າ: “ເປັນພຽງການໂຄສະນາຊວນເຊື່ອເທົ່ານັ້ນ”.
ປັດຈຸບັນ, ເກນຢາເປັນໜຶ່ງໃນປະເທດທີ່ມີອັດຕາການເຕີບໃຫຍ່ທາງເສດຖະກິດຕໍ່ເນື່ອງທີ່ສຸດໃນພາກພື້ນຕາເວັນອອກຂອງທະວີບອາຟຣິກາ, ແຕ່ປະຊາກອນປະມານ 1 ໃນ 3 ຈາກທັງໝົດປະມານ 52 ລ້ານຄົນ ຍັງມີຄຸນນະພາບຊີວິດຢູ່ໃນລະດັບຄວາມທຸກຍາກ.
ນອກຈາກນີ້, ສະຖານະການເງິນຂອງເກນຢາບໍ່ຄ່ອຍດີໃນໄລຍະ 1-2 ປີຜ່ານມາ ເນື່ອງຈາກເງິນເກນຢາຊິວລິງອ່ອນຄ່າຢ່າງໜັກ ສົ່ງຜົນເຮັດໃຫ້ການຊໍາລະໜີ້ເປັນສະກຸນເງິນຕ່າງປະເທດຍິ່ງສູງ ແລະ ລັດຖະບານຂອງທ່ານ ຣູໂຕ ເຊິ່ງເຂົ້າມາບໍລິຫານປະເທດ ໃນປີ 2022 ຢືນຢັນມາຕະຫລອດວ່າ: ການຂຶ້ນພາສີເປັນໜຶ່ງໃນມາດຕະການຈໍາເປັນ ເພື່ອບັນເທົາພາລະໜີ້ສາທາລະນະຂອງປະເທດ ເຊິ່ງຕອນນີ້ສູງເຖິງ 10 ພັນລ້ານເກນຢາຊິວລິງ ຫລື ທຽບເທົ່າ 70% ຂອງລວມຍອດຜະລິດຕະພັນພາຍໃນ (GDP).
ເຖິງວ່າເມື່ອບໍ່ດົນມານີ້, ລັດຖະບານເກນຢາຍອມຍົກເລີກແຜນຂຶ້ນພາສີເຂົ້າໜົມປັງ, ລົດຍົນ, ການໃຊ້ບໍລິການການເງິນ ແລະ ໂທລະສັບມືຖື. ເຖິງຢ່າງໃດກໍຕາມ, ກະຊວງການເງິນປະເມີນວ່າ: ເກນຢາຍັງຂາດດຸນງົບປະມານອີກປະມານ 200,000 ລ້ານເກນຢາຊິວລິງ.