ສະພາແຫ່ງຊາດ ຮັບຮອງເອົາກົດໝາຍສ້າງໃໝ່ 2ສະບັບ ແລະ ກົດໝາຍປັບປຸງ 11 ສະບັບ

ວັນທີ 1 ກໍລະກົດ 2024 ນີ້ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ໄດ້ຖະແຫລງຂ່າວ ຜົນການພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາແຕ່ວັນທີ 10 ມິຖຸນາ 2024 ເປັນຕົ້ນມາ, ກອງປະຊຸມໄດ້ຄົ້ນຄວ້າ ພິຈາລະນາຮັບຮອງເອົາເນື້ອໃນທີ່ສໍາຄັນຫລາຍບັນຫາ ແລະ ໄດ້ຮັບຟັງລາຍງານການກະກຽມວຽກງານຮອບດ້ານໃຫ້ແກ່ການປັບປຸງລັດຖະທຳມະນູນ ສະບັບປີ 2015 ແຕ່ນີ້ຫາກາງປີ 2025 ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບກັນ ເພື່ອປັບປຸງລັດຖະທຳມະນູນ ສະບັບດັ່ງກ່າວ ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ແທດເຖິງຕົວຈິງ.
ກົດໝາຍສ້າງໃໝ່ 2 ສະບັບ ປະກອບມີ: 1. ກົດໝາຍວ່າດ້ວຍສະຫະກອນ, 2. ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ.
ກົດໝາຍປັບປຸງ 11 ສະບັບມີ: 1.ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ, 2.ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 3.ກົດໝາຍວ່າດ້ວຍສະພາແຫ່ງຊາດ, 4.ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 5.ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ, 6.ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ, 7.ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 8.ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, 9.ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 10.ກົດໝາຍວ່າດ້ວຍການທ່ອງທ່ຽວ, 11.ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບນີ້, ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025, ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກ ຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫລົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບ ຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອລາຍງານຄະ ນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.
ທ່ານ ຈະເລີນ ເຍຍປາວເຮີ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການ, ເຈົ້າໜ້າທີ່, ພະນັກງານ ຂອງລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫລອດຮອດທຸກຊັ້ນຄົນໃນສັງຄົມ ຈົ່ງເອົາໃຈໃສ່ ຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ, ເຂົ້າຮ່ວມການຈັດຕັ້ງປະຕິບັດບັນດາກົດໝາຍເຫລົ່ານັ້ນ ໃຫ້ເກີດມີໝາກຜົນເປັນຈິງ, ຫັນເປັນສະຕິ ແລະ ແບບແຜນດໍາລົງຊີວິດຂອງແຕ່ລະຄົນ, ຄອບ ຄົວ, ການຈັດຕັ້ງ, ຫົວໜ່ວຍວິສາຫະກິດ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນໃຫ້ບັນດາກົດໝາຍທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງຂອງສັງຄົມ.