ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ

ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - 222 - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ
ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - kitchen vibe - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ

     ມີຜູ້ເສຍຊີວິດຢ່າງໜ້ອຍ 116 ຄົນ ແລະ ໄດ້ຮັບບາດເຈັບອີກຈໍານວນຫລາຍ ຈາກເຫດການຢຽບກັນຢູ່ສານພິທີ ໃນລັດທາງຕອນເໜືອຂອງອິນເດຍ.

     ວັນທີ 3 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທາງການເຂດຫາຖະຣັດ ໃນລັດອຸຕໍປະເທດ ທາງຕອນເໜືອຂອງອິນເດຍ ລາຍງານວ່າ: ປະຊາຊົນຈໍານວນຫລາຍຫລັ່ງໄຫລເຂົ້າມາລວມຕົວກັນຢູ່ພື້ນທີ່ ເພື່ອຟັງການເທດຂອງນັກບວດຊື່ດັງຄົນໜຶ່ງ ໃນວັນທີ 2 ກໍລະກົດຜ່ານມາ.

ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ
ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ

      ເຖິງຢ່າງໃດກໍຕາມ, ຄວາມວຸ້ນວາຍເກີດຂຶ້ນ ເມື່ອການເທດສໍາເລັດລົງ ແລະ ປະຊາຊົນແຕກແຍກກັນເດີນທາງກັບ ເຊິ່ງການລວມຕົວກັນຂອງຄົນຈໍານວນຫລາຍໃນພື້ນທີ່ຈໍາກັດ ສົ່ງຜົນໃຫ້ເກີດການບຽດສຽດ ກາຍເປັນການຊຸກດັນ ແລະ ຢຽບກັນ.

     ຍິ່ງໄປກວ່ານັ້ນ, ມີລາຍງານວ່າ: ເກີດພາຍຸຝຸ່ນໃນເວລານັ້ນ ເຊິ່ງບົດບັງການແນມເຫັນໃນການຍ່າງຂອງປະຊາຊົນ ແລະ ເພີ່ມຄວາມແຕກຕື່ນ ໂດຍມີຜູ້ເສຍຊີວິດແລ້ວ 116 ຄົນ ຈາກເຫດການດັ່ງກ່າວ ແລະ ມີຜູ້ໄດ້ຮັບບາດເຈັບອີກຈໍານວນຫລາຍ. ສ່ວນນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນໍາອິນເດຍ ແລະ ທາງການລັດອຸຕໍປະເທດ ສັ່ງໃຫ້ມີການກວດສອບເຫດການຄັ້ງນີ້ຢ່າງລະອຽດ ແລະ ເນັ້ນໃຫ້ມີການຊ່ວຍເຫລືອປະຊາຊົນຢ່າງທົ່ວເຖິງ.

     ທັງນີ້, ກິດຈະກໍາ ແລະ ການລວມຕົວທາງສາສະໜາຢູ່ອິນເດຍ ເປັນສາເຫດຂອງໂສກນາດຕະກໍາເລື້ອຍໆ. ຢ້ອນກັບໄປໃນປີ 2016 ມີຜູ້ເສຍຊີວິດ 112 ຄົນ ຈາກເຫດລະເບີດ ເຊິ່ງເປັນຜົນມາຈາກການຈູດກະໂພກ ໂດຍຝ່າຝືນຄໍາສັ່ງຂອງທາງການ ຢູ່ວັດອິນດູແຫ່ງໜຶ່ງ ໃນລັດເກຣລະ ຢູ່ທາງຕາເວັນຕົກສຽງໃຕ້.

      ຂະນະທີ່ມີຜູ້ເສຍຊີວິດ 115 ຄົນ ໃນປີ 2013 ຈາກເຫດການຜູ້ສະແຫວງບຸນຢຽບກັນ ຢູ່ຂົວແຫ່ງໜຶ່ງໃກ້ກັບວັດໃນລັດມັດຍະປະເທດ ທາງຕອນກາງຂອງອິນເດຍ.

ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - 4 - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ
ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - 3 - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ
ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ - 5 - ເກີດເຫດຢຽບກັນຕາຍໃນພິທີສາສະໜາຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 116 ຄົນ