ໝໍພອນ ແລະ ຄຸນສົມບັດຂອງໝໍພອນ ໃນພິທີບາສີສູ່ຂັວນຕາມຮີດຄອງລາວ

ໂດຍ: ນົກສາລິກາ ພົມມະວັນ
ໝໍພອນແມ່ນບຸກຄົນທີ່ມີຄວາມຮູ້ທາງວິທະຍາ ການກ່ຽວກັບຫຼັກການດຳລົງຊີວິດຕາມຮີດຄອງປະເພນີ-ຄວາມເຊື່ອ ຫຼື ພິທີ ກຳຕ່າງໆ ເຮັດໜ້າທີ່ເປັນອາຈານນຳໜ້າພາທາງໃນພິທີກຳສູ່ຂວັນ-ບາສີ ແລະ ສາມາດເບິ່ງເລີກເບິ່ງຍາມມື້ໃດດີມື້ໃດບໍ່ດີ; ໝໍພອນຍັງແມ່ນບຸກຄົນຜູ້ມີຄວາມຮູ້ໃນດ້ານສາສະໜາ, ປະເພນີ, ຮີດຄອງ, ພິທີກໍາ, ມີສິນທໍາ ແລະ ນໍາພາໃນດ້ານຮີດຄອງປະເພນີທີ່ຕິດພັນກັບພິທີກໍາ, ຄວາມເຊື່ອສາສະໜາ ແລະ ວັດວາອາຮາມ ເຊິ່ງແລ້ວແຕ່ຄວາມນິຍົມຂອງແຕ່ລະທ້ອງຖິ່ນ ແລະ ແຕ່ລະພິທີກໍາ.
ເວົ້າລວມແລ້ວແລ້ວ, ໝໍພອນແມ່ນມີບົດບາດສໍາຄັນໃນການນໍາພາພິທີບາສີ-ສູ່ຂວັນໃຫ້ດໍາເນີນໄປຢ່າງຖືກຕ້ອງທັງ ຮູບແບບ ແລະ ຂັ້ນຕອນຂອງການດໍາເນີນພິທີສູ່ຂວັນ-ບາສີໃຫ້ຖືກຕ້ອງຕາມຮີດຄອງປະເພນີ-ຄວາມເຊື່ອ ແລະ ຍັງເປັນຄົນທີ່ມີຄວາມສາມາດເອີ້ນຂວັນ ແລະ ການໃຫ້ພອນດ້ວຍການໃຊ້ພາສາທີ່ສ້າງພະລັງທາງດ້ານກໍາລັງໃຈ. ນອກນັ້ນ ຍັງເປັນທີ່ເພິ່ງທາງໃຈແກ່ປະຊາຊົນໂດຍສະເພາະເຈົ້າພາບ ເພາະຄົນທີ່ເຂົ້າຮ່ວມພິທີສູ່ຂວັນເຂົາເຈົ້າມີຄວາມເຊື່ອຕໍ່ໝໍພອນວ່າສາມາດປັດເປົ່າເອົາສິ່ງທີ່ບໍ່ດີ ບໍ່ງາມອອກຈາກຮ່າງກາຍ, ສາມາດເອີ້ນຂວັນສ່ວນຕ່າງໆຂອງຮ່າງກາຍມາສູ່ເນື້ອສູ່ໂຕ ສັງເກດເຫັນວ່າໃນກໍລະນີສູ່ຂວັນຄົນປ່ວຍແມ່ນມີບົດບາດສຳຄັນຫຼາຍເພາະຄົນກຳລັງປ່ວຍຈະມີກຳລັງ ໃຈຕໍ່ສູ້ກັບພະຍາດໂລຄາ ເມື່ອໄດ້ຟັງຄຳອວຍພອນຂອງໝໍພອນແລ້ວການເຈັບໄຂ້ໄດ້ປ່ວຍກໍຄ່ອຍໆຫາຍໄປ.
ຄຸນລັກສະນະທີ່ເປັນສົມບັດຂອງໝໍພອນເປັນບຸກຄົນສັງຄົມ ໃຫ້ຄວາມເຄົາລົບນັບຖືປະກອບມີດັ່ງນີ້:
1. ຄຸນສົມບັດທາງກາຍ
– ມີອາຍຸພໍປະມານ, ເປັນຜູ້ມີສຸຂະພາບແຂງແຮງເພື່ອທີ່ຈະ ປະກອບພິທີສູ່ຂວັນບາສີໃຫ້ສໍາເລັດຮຽບຮ້ອຍ.
– ຕ້ອງເປັນຄົນຮັກສາສິນ 5 ຫຼື ສິນ 8 ໃຫ້ຖືກຕ້ອງ ຫຼືເປັນຄົນທີ່ ເຄີຍບວດມາກ່ອນ.
– ເປັນຄົນທີ່ບໍ່ເສບສິ່ງເສບຕິດ ແລະ ອະບາຍຍະມຸກຕ່າງໆ.
2. ຄຸນສົມບັດທາງວາຈາ
– ມີສຽງສໍານຽງນິ້ນນວນຟັງແລ້ວເຂົ້າໃຈໃຊ້ຫຼັກພາສາລາວ ຖືກ ຕ້ອງເພື່ອໃຫ້ຜູ້ເຂົ້າຮ່ວມພິທີເກີດສັດທາມີຄວາມເຊື່ອຖື.
– ເປັນຄົນບຸກຄະລິກດີສຽງແຈ້ງຊັດເຈນວາຈາສຸພາບຮຽບຮ້ອຍໜ້າເຄົາລົບນັບຖື.
– ທ່ອງບົດສູ່ຂວັນ-ບາສີ, ຄາຖາ ແລະ ຄໍາອວຍພອນ ຕ່າງໆໄດ້ຢ່າງ ຄ່ອງ ແຄ້ວ ຟັງແລ້ວມ່ວນຫູ, ເກີດຄວາມຊາບຊຶ້ງ ແລະ ເກີດຄວາມຄ້ອຍຕາມໄດ້.
3. ຄຸນສົມບັດທາງຈິດໃຈ
– ເປັນຄົນມີຈິດໃຈເອື້ອເຟື້ອເຜື່ອແຜ່ຊ່ວຍເຫຼືອສັງຄົມເປັນທີ່ຍອມຮັບໃນສັງ ຄົມມີຄົນນັບຖື ແລະ ໃຫ້ຄວາມເຄົາລົບ.
– ເປັນຜູ້ມີຄວາມເສຍສະລະສູງ, ບໍ່ຈໍາແນກຖານະຮັ່ງມີ ແລະ ທຸກຈົນຂອງຜູ້ມາຂໍຄວາມຊ່ວຍເຫຼືອ.
4. ຄຸນສົມບັດທາງພູມປັນຍາ
– ເປັນຜູ້ທີ່ມີຄວາມຮູ້ບົດສູດ-ບົດໃຫ້ພອນ, ບົດວານຂວັນ-ສູ່ຂວັນໃນຮູບແບບຕ່າງໆຄື: ຄຳສຳລັບວານຂວັນ, ສ້ອນຂວັນ ໃຫ້ຜູ້ປ່ວຍ, ບົດສູ່ຂວັນສຳລັບການແຕ່ງດອງ, ສູ່ຂວັນໃຫ້ແມ່ ອອກກໍາ, ສູ່ຂວັນໃຫ້ຄົນທົ່ວໄປ, ສູ່ຂວັນສັດລ້ຽງ ແລະອື່ນໆ.
– ມີຄວາມຮູ້ທາງດ້ານໂຫລາສາດຄິດໄລ່ມື້ຍາມ ຫຼືຫາລືກ-ຫາຍາມໄດ້ເປັນຢ່າງດີ
– ມີຄວາມຮູ້ທາງດ້ານພະທໍາຄໍາສອນ, ສິນ, ທໍາມະ ແລະ ວິໄນຂອງພະສົງເປັນພື້ນຖານ.
– ມີຄວາມຮູ້ທາງດ້ານຮີດຄອງປະເພນີ, ສາສະໜາ, ລະ ບຽບກົດໝາຍບ້ານເມືອງຢ່າງກວ້າງຂວາງ ເພາະຮີດຄອງຢູ່ແຕ່ ລະຂົງເຂດແຕກຕ່າງກັນທັງພຸດ, ພາມ ແລະ ຜີ.
– ເປັນຜູ້ມີພິບໄຫວ ແລະ ປະຕິພານທີ່ດີໃນການແກ້ໄຂບັນຫາ ແລະ ປັບຂັ້ນຕອນໃຫ້ເຂົ້າກັບພິທີການ ແລະ ກາລະເທສະ ແລະ ບຸກຄົນທີ່ເຂົ້າຮ່ວມສາມາດຈໍາແນກພິທີທີ່ບໍ່ເປັນທາງການ, ເປັນທາງການ ແລະ ເຄິ່ງທາງການ.
– ມີການຮຽນຮູ້ ແລະ ພ້ອມຈະປັບປຸງຄວາມຮູ້ຢູ່ສະເໝີ.
– ມີຄວາມຮູ້ດ້ານສາສະນະພິທີ, ຂັ້ນຕອນ, ພິທີການ ແລະ ເຄື່ອງປະກອບພິທີສູ່ຂວັນ-ບາສີດັ່ງກ່າວໄດ້ເປັນຢ່າງດີ.

ຄັດຈາກປຶ້ມ: ບາສີ-ສູ່ຂວັນ ປະເພນີບູຮານລາວ ນົກສາລິກາ ພົມມະວັນ