ການຄ້າເມືອງສັງທອງຈູດທຳລາຍສິນຄ້າໝົດອາຍຸ
October 29, 2017 - 4:17 PM

ວັນທີ 27 ຕຸລານີ້, ຫ້ອງ ການອຸດສາຫະກຳ ແລະ ການຄ້າ ເມືອງ ສັງທອງ ນະຄອນຫລວງ ວຽງຈັນ ໄດ້ຈັດພິທີທຳລາຍສິນ ຄ້າໝົດອາຍຸພາຍຫລັງກວດພົບ ເຫັນໃນຕະຫລາດ ແລະ ຫ້າງຮ້ານ ຕ່າງໆເປັນຈຳນວນຫລາຍເພື່ອ ປົກປ້ອງສິດຜົນປະໂຫຍດຂອງ ຜູ້ຊົມໃຊ້ ແລະ ເພື່ອເຮັດໃຫ້ປີ ທ່ອງທ່ຽວລາວມີບັນຍາກາດ ຟົດຟື້ນ,
+ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງສັງທອງ ເອົາໃຈໃສ່ກວດມາດຕະຖານຊິງຊັ່ງນ້ຳໜັກ
+ ນະຄອນຫລວງທຳລາຍສິນຄ້າຕ້ອງຫ້າມ ແລະ ໝົດອາຍຸຈໍານວນຫລາຍ
ໂດຍກວດພົບສິນຄ້າ ໝົດອາຍຸ 10 ຫົວໜ່ວຍ, ສິນຄ້າ ຕ້ອງຫ້າມຄື: ໝາກກະໂພກ ແລະ ທາດແຕກຈຳນວນ 54 ກິໂລ, ລວມມີທັງໝົດ 44 ລ້ານກີບ ດັ່ງນັ້ນຖ້າພົບຈຳໜ່າຍສິນຄ້າ ຕ້ອງຫ້າມ, ສິນຄ້າໝົດອາຍຸການ ຄ້າຂາຍເຖື່ອນຜິດຕໍ່ລະບຽບກົດ ໝາຍ, ໃຫ້ແຈ້ງສາຍດ່ວນໝາຍ ເລກ 1510.