ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ

ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - 6002 - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ
ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - kitchen vibe - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ

ວັນທີ 4 ກໍລະກົດ 2024, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີຕ້ອນຮັບ ທ່ານ ຫງວຽນ ຄັກ ດິ້ງ (Nguyễn Khắc Định) ຮອງປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 3-5 ກໍລະກົດ 2024. ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃນຂົງເຂດບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ກໍຄືວຽກງານຄົ້ນຄວ້ານິຕິບັນຍັດ ພ້ອມທັງຮ່ວມກັນຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງສອງກຳມາທິການກົດໝາຍຂອງສອງສະພາແຫ່ງຊາດລາວ-ຫວຽດນາມ.

ໃນການຢ້ຽມຢາມຄັ້ງນີ້, ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ເປັນປະທານຮ່ວມຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ຫງວຽນ ຄັກ ດິ້ງ ຮອງປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ; ກອງປະຊຸມສໍາມະນາວິທະຍາສາດຮ່ວມກັນໃນຫົວຂໍ້ “ການປັບປຸງລັດຖະທໍາມະນູນ” ຂອງທັງສອງປະເທດ ໄດ້ຮັບຟັງການສະເໜີບົດ ແລະ ແລກປ່ຽນຄໍາເຫັນຕໍ່ເນື້ອໃນສໍາຄັນຕ່າງໆຄື:

ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ
ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ

1. ແນວຄິດຂອງພັກກອມມູນິດຫວຽດນາມ ໃນຂະບວນການສ້າງ ແລະ ປະກາດໃຊ້ລັດຖະທຳມະນູນ

2. ການຫັນແນວຄິດຂອງພັກກອມມູນິດຫວຽດນາມ ເປັນບົດບັນຍັດກ່ຽວກັບບົດບາດນຳພາຂອງພັກ ແລະ ບັນ ດາອົງການສິດອຳນາດແຫ່ງລັດ ໃນລັດຖະທຳມະນູນ

3. ການຫັນແນວຄິດຊີ້ນຳຂອງພັກກອມມູນິດຫວຽດນາມ ເປັນບົດບັນຍັດກ່ຽວກັບການປົກຄອງທ້ອງຖິ່ນ ໃນການສ້າງ ແລະ ປະກາດໃຊ້ລັດຖະທຳມະນູນປີ 2013

4. ບົດຮຽນກ່ຽວກັບການປັບປຸງລັດຖະທໍາມະນູນ ຂອງ ສປປ ລາວ.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນທີ່ສຸດ ໃຫ້ແກ່ສະພາແຫ່ງຊາດລາວ ກໍຄືຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນປີ 2015 ຂອງ ສປປ ລາວ. ພ້ອມທັງສະເໜີ ພ້ອມກັນແລກປ່ຽນຄໍາເຫັນຢ່າງກົງໄປກົງມາ ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການທີ່ລໍ້າຄ່າຈາກ ສສ.ຫວຽດນາມ ແນໃສ່ເຮັດໃຫ້ການປັບປຸງລັດຖະທໍາມະນູນຂອງ ສປປ ລາວ ເປັນລະບົບຄົບຊຸດກວ່າເກົ່າ.

ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - 4 - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ
ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - 3 - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ
ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ - 5 - ສະພາແຫ່ງຊາດລາວ-ຫວຽດນາມ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ