ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

- 22791852 1959125634375061 3971555938160078335 o - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ
- kitchen vibe - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

ພິທີສົມໂພດລາພອນ ປະ ຕິສັງ ຂອນພະທາດຫລວງວຽງ ຈັນ, ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ ນີ້ພາຍຫລັງໄດ້ເປີດການປະຕິ ສັງຂອນຄັ້ງນີ້ເປັນຄັ້ງທີ 4, ຊຶ່ງ ມາຮອດປັດຈຸບັນແມ່ນ ໄດ້ສໍາເລັດ ແລະ ໄດ້ເຮັດໃຫ້ພະທາດຫລວງ ທີ່ຕັ້ງຢູ່ໃຈກາງຕົວເມືອງນະ ຄອນຫລວງວຽງຈັນ ມີຄວາມ ສວຍສົດງົດງາມ ແລະ ເປັນສະ ຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ສາ ມາດດຶງດູດນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ ເຂົ້າມາ ທ່ຽວຊົມຢ້ຽມຢາມນະຄອນ ຫລວງວຽງຈັນຫລາຍຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

- 22829908 1959124834375141 8570147566480897758 o 1024x484 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

+ ຊາວພຸດລາວຮ່ວມໃສ່ບາດບຸນເຂົ້າພັນສາດ້ວຍຈິດໃຈຊື່ນບານ

+ ບຸນທາດຫຼວງສູນລວມນ້ຳໃຈມະຫາສາມັກຄີ

ໃນພິທີດັ່ງກ່າວ, ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫລວງວຽງຈັນ, ທັງເປັນປະ ທານ ງານປະຕິສັງຂອນຄັ້ງທີ 4, ພະອາຈານໃຫຍ່ມະຫາງອນ ດໍາລົງບຸນ ປະທານສູນກາງອົງ ການພຸດສາສະໜາສໍາພັນລາວ (ອພສ), ພ້ອມດ້ວຍມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນຈຳນວນຫລວງ ຫລາຍ.

 

- 22814331 1959125324375092 2711368795575964551 n 226x300 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

ທ່ານ ສີຫຸນ ສິດທິລືໄຊ ຮອງ ເຈົ້າຄອງນະຄອນຫລວງວຽງ ຈັນກ່າວວ່າ: ພະທາດຫລວງ ຊຶ່ງ ເປັນມໍລະດົກແຫ່ງຊາດທາງ ດ້ານວັດທະນະທໍາ ແລະ ປະ ຫວັດສາດ ທີ່ເປັນປູຊະນີຍະສະ ຖານທີ່ເກົ່າແກ່ທາງດ້ານສະຖາ ປັດຕິຍະກໍາທີ່ສໍາຄັນ ແລະ ມີຄຸນ ຄ່າສູງທັງເປັນມິ່ງຂວັນ ຂອງ ຊາວລາວເຊິ່ງມີອາຍຸ 451 ປີ ແລະ ເຫັນໄດ້ຄວາມສໍາຄັນ ດັ່ງ ກ່າວພັກ ແລະ ລັດຖະບານ ຈຶ່ງ ໄດ້ຕົກລົງໃຫ້ປະຕິສັງຂອນ ແລະ ປັບປຸງພະທາດຫລວງແຫ່ງນີ້ ຕື່ມອີກ, ໂດຍໄດ້ດໍາເນີນມາແຕ່ ວັນທີ 4 ກັນຍາ 2016 ແລະ ມາ ຮອດປັດຈຸບັນໄດ້ສໍາ ເລັດໃນ 8 ໜ້າວຽກທີ່ສໍາຄັນຄື: ໂອບຄໍາ ຈອມພະທາດຫລວງທີ່ມີນໍ້າ ໜັກ 9 ກິໂລ 9 ບາດ ແລະ 9 ສະ ຫລຶງ, ໂບກຮອຍແຕກແຫງອົງ ພະທາດ ແລະ ຫໍໄຫ້ວ ທັງສີ່ດ້ານ, ທາສີຄໍາ ອົງພະທາດໃຫຍ່, ພະ ທາດປາລະມີ 30 ລູກ, ພະທາດ ສີທໍາມະຫາຍໂສກ ແລະ ຫໍກວມ, ບູລະນະຫລັງຄາກົມມະລຽນ, ສ້ອມແປງຊຸ້ມປະຕູທັງ 4 ດ້ານ, ປັງປຸງພື້ນ, ລະບົບລະບຽງ, ຮ່ອງ ນໍ້າອ້ອມຂ້າງ, ໄຟຟ້າ ແລະ ອື່ນໆ ລວມມູນຄ່າ 12 ຕື້ ກວ່າກີບ.

 

- 22788901 325910307883971 244588292873376144 n 300x200 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

- 22852068 325909951217340 6606668813960078739 n 300x181 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

 

- 22791852 1959125634375061 3971555938160078335 o 1024x560 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ

- 5 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ
- 4 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ
- 3 - ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ