ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ

ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ - 450060248 931966598957647 2806529517518319091 n - ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ
ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ - kitchen vibe - ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ

ທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫລວງວຽງຈັນ ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນວ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 9 ກໍລະກົດ 2024 ທ່ານໄດ້ກ່າວວ່າ: ການທົດແທນຜົນເສຍຫາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກວ ແຕ່ສະຖານີໄຟຟ້າ ເພຍລາດ-ສະຖານີໄຟຟ້າ ນາຊາຍທອງ ນວ ທີ່ຍັງຄົງຄ້າງ 11 ຄອບຄົວ ເຊິ່ງສາເຫດຕົ້ນຕໍເກີດຈາກຜູ້ທີ່ໄດ້ຮັບຜົນກະທົບ ບໍ່ຍອມຮັບເອົາມູນຄ່າທົດແທນຊັບສິນ ທີ່ຄະນະຮັບຜິດ ຊອບໂຄງການໄດ້ຄິດໄລ່ ວ່າມູນຄ່າຕໍ່າ ແລະ ມີການຮຽກຮ້ອງໃຫ້ທົດແທນເນື້ອທີ່ດິນກ້ອງແລວທັງໝົດ ໂດຍບໍ່ສອດຄ່ອງຕາມນິຕິກຳ ແລະ ມີບາງຄອບຄົວໄດ້ຮຽກຮ້ອງໃຫ້ທົດແທນແບບຊື້ເອົາໝົດຕອນດິນ ເຮັດໃຫ້ໂຄງການບໍ່ສາມາດຈ່າຍໄດ້. ສຳລັບ ວິທີການແກ້ໄຂຈະປຸກລະດົມຂົນຂວາຍ ຄອບຄົວທີ່ຖືກຜົນກະທົບຈາກໂຄງການ ໃຫ້ມີຄວາມເຂົ້າໃຈ ແລະ ເສຍສະລະປະກອບສ່ວນໃຫ້ແກ່ປະເທດຊາດ; ຄະນະຮັບຜິດຊອບຂັ້ນນະຄອນຫລວງວຽງຈັນ, ເມືອງ, ບ້ານ ແລະ ເຈົ້າຂອງໂຄງການ ຈະສືບຕໍ່ຊີ້ແຈງ, ປຶກສາຫາລືກັບປະຊາຊົນ, ຄອບຄົວທີ່ຖືກຜົນກະທົບ ໃຫ້ເຂົ້າໃຈເຖິງຄວາມຈໍາເປັນຂອງລັດຖະບານ ໃນການພັດທະນາໂຄງການສາຍສົ່ງໄຟຟ້າແຮງສູງ ໂດຍຍຶດໝັ້ນຫລັກການທົດແທນ ໃຫ້ມີຄວາມເອກະພາບ ຕາມຫົວໜ່ວຍລາຄາ ທີ່ໄດ້ກຳນົດໄວ້ຕາມນິຕິກຳ; ໃນກໍລະນີສາຍສົ່ງໄຟຟ້າໄປຜ່ານຕອນດິນທີ່ຢູ່ກ້ອງແລວ ທີ່ບໍ່ມີຊັບສິນປະເພດສິ່ງປຸກສ້າງ ແລະ ຕົ້ນໄມ້ອຸດສາຫະກຳ-ຕົ້ນໄມ້ກິນໝາກ ຈະໄດ້ມີການປຸກລະດົມໃຫ້ມີການເສຍສະລະ ປະກອບສ່ວນຊ່ວຍປະເທດຊາດ ແລະ ກໍລະນີສາຍສົ່ງໄຟຟ້າຜ່ານຕອນດິນຢູ່ກ້ອງແລວ ຫາກມີຊັບສິນປະເພດສິ່ງປຸກສ້າງ, ຕົ້ນໄມ້ອຸດສາຫະກໍາ-ຕົ້ນໄມ້ກິນໝາກ ແລະ ຕອນດິນໄດ້ຮັບການພັດທະນາ ແມ່ນຈະມີການຄົ້ນຄວ້າ ທົບທວນຄືນຕາມຄວາມເໝາະສົມ ສອດຄ່ອງຕາມຫົວໜ່ວຍລະຄາທີ່ກໍານົດ.

ທ່ານ ເສີມຄຳ ທຸມມະວົງສາ ຍັງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກວ ແຕ່ສະຖານີໄຟຟ້າເພຍລາດ-ສະຖານີໄຟຟ້ານາຊາຍທອງ ນະຄອນຫລວງວຽງຈັນ ແມ່ນຊ່ວງຕໍ່ຈາກໂຄງ ການກໍ່ສ້າງສາຍສົ່ງ 500 ກວ ແຕ່ຊຽງຂວາງ-ເພຍລາດ, ເປັນສາຍສົ່ງ 4 ວົງຈອນ ແລະ ສາມາດລຳລຽງກະແສໄຟຟ້າໄດ້ 2,320 ເມກະວັດ ເຊິ່ງນຳສົ່ງພະລັງງານໄຟຟ້າ ທີ່ຜະລິດຢູ່ເຂດພາກເໜືອ ເປັນຕົ້ນ ເຂື່ອນໄຟຟ້າ ນ້ຳງື່ມ 4 ທີ່ຈະສຳເລັດໃນປີ 2024 ເພື່ອມາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງ ຄົມ ຢູ່ນະຄອນຫລວງວຽງຈັນ ໃຫ້ພຽງພໍ ແລະ ສົ່ງຂາຍອອກຕ່າງປະເທດ, ພ້ອມທັງເປັນການກະກຽມຄວາມພ້ອມດ້ານໄຟຟ້າ ເພື່ອຮັບໃຊ້ກອງປະຊຸມອາຊຽນ ໃນທ້າຍປີ 2024 ເຊິ່ງລັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງໂຄງການ ໂດຍນຳໃຊ້ເງິນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ສປ ຈີນ, ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2021 ມີຄວາມຍາວທັງໝົດປະມານ 48 ກິໂລແມັດ, ມີຈຸດທີ່ຕັ້ງເສົາທັງໝົດ 123 ຕົ້ນ ເຊິ່ງແລວສາຍສົ່ງດັ່ງກ່າວ, ໄດ້ຜ່ານຢູ່ 3 ເມືອງ, 16 ບ້ານ, ມີຜູ້ຖືກຜົນກະທົບທັງໝົດ 253 ຄອບ ຄົວ, ໃນນີ້ຖືກຜົນກະທົບຈຸດຕັ້ງເສົາ 123 ຄອບຄົວ ແລະ ຜົນກະທົບກ້ອງແລວສາຍສົ່ງ 130 ຄອບຄົວ, ມາຮອດປັດຈຸບັນ ໄດ້ປະຕິບັດສຳເລັດແລ້ວ 242 ຄອບຄົວ ເທົ່າກັບ 95.65% ຂອງຈຳນວນຄອບ ຄົວທີ່ຖືກຜົນກະທົບທັງໝົດ ແລະ ຍັງຄ້າງ 11 ຄອບຄົວ.

ສຳລັບ ຄອບຄົວທີ່ຖືກຜົນກະທົບດັ່ງກ່າວ ຢູ່ເມືອງສັງທອງ 8 ບ້ານ, ມີທັງໝົດ 164 ຄອບຄົວ ແກ້ໄຂສໍາເລັດ 100%; ເມືອງ ສີໂຄດຕະບອງ ຖືກຜົນກະທົບ 1 ບ້ານ, ມີ 4 ຄອບຄົວ, ແກ້ໄຂສໍາເລັດ 100%; ເມືອງນາຊາຍທອງ 6 ບ້ານ, ມີ 85 ຄອບຄົວ, ແກ້ໄຂສຳເລັດ 74 ຄອບຄົວ, ເທົ່າກັບ 87.06% ຍັງຄົງຄ້າງ 11 ຄອບຄົວ. ໃນນີ້, ຄອບຄົວທີ່ຖືກກະທົບຈຸດຕັ້ງເສົາ 2 ຄອບຄົວ ແລະ ຄອບ ຄົວທີ່ຖືກກະທົບກ້ອງແລວສາຍສົ່ງ 9 ຄອບຄົວ; ການກໍ່ສ້າງໂຄງການ ໂດຍລວມແມ່ນໄດ້ສຳເລັດທັງສະຖານີໄຟຟ້າ ແລະ ລະບົບສາຍສົ່ງໄຟຟ້າ ໃນຄວາມຍາວ 48 ກິໂລແມັດ (ໄລຍະສະຖານີເພຍລາດ-ສະຖານີນາຊາຍທອງ) ພ້ອມທັງໄດ້ຜ່ານການທົດສອບລະບົບເປັນທີ່ຮຽບຮ້ອຍ ແລະ ມີຄວາມພ້ອມຮອງຮັບການປ່ອຍກະແສໄຟຟ້າ 100%.

ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ - 4 - ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ
ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ - 5 - ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ
ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ - 3 - ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສ ນວ