ສິ່ງທີ່ຄົນໃນຊ່ວງອາຍຸ 30 ປີຄວນເລີ່ມເຮັດໄດ້ແລ້ວ

- 033010 2017 - ສິ່ງທີ່ຄົນໃນຊ່ວງອາຍຸ 30 ປີຄວນເລີ່ມເຮັດໄດ້ແລ້ວ
- kitchen vibe - ສິ່ງທີ່ຄົນໃນຊ່ວງອາຍຸ 30 ປີຄວນເລີ່ມເຮັດໄດ້ແລ້ວ
  1. ເລີ່ມຫົວຂັວນໂຕເອງແດ່ : ຈົ່ງຫົວຂັວນກັບເລື່ອງຂອງໂຕເອງ, ຫົວຂັວນກັບຄວາມໄຮ້ແກ່ນສານໃນຊີວິດ, ຫົວຂັວນໃຫ້ກັບທຸກເລື່ອງ ທັງເລື່ອງທີ່ດີ ແລະ ບໍ່ດີ ເພາະການເຮັດໃຫ້ຄວາມລຳບາກຂອງໂຕເອງກາຍເປັນເລື່ອງໜ້າຫົວຂັວນນັ້ນອາດເປັນສິ່ງສຳຄັນຕໍ່ສຸຂະພາບ ແລະ ຄວາມສຸກໂດຍລວມໃນຊີວິດ ເພາະຄົນທີ່ສາມາດຫົວຂັວນໂຕເອງໄດ້ຈະມີຄວາມລ່າເລີງແຈ່ມໃສກ່ວາຄົນອື່ນໆ.
  2. ເລີ່ມເບິ່ງເຫັນຄຸນຄ່າຂອງຄອບຄົວ ແລະ ມິດຕະພາບ : ໃນໄວເລກຫລັກ 2 ທ່ານອາດຍັງວຸ້ນຢູ່ກັບການຮຽນ ແລະ ການສ້າງເນື້ອສ້າງໂຕຈົນເບິ່ງຂ້າມໝູ່ ແລະ ຄົນໃນຄອບຄົວໄປ, ແຕ່ເມື່ອເຖິງໄວ 30 ປີ ຈຶ່ງເປັນຊ່ວງທີ່ເໝາະສົມໃນການກັບໄປສານສຳພັນກັບພວກເຂົາ ແລະ ຄິດເຖິງເວລາດີໆທີ່ເຄີຍມີຮ່ວມກັນ. ທ່ານ Robert Walker ກ່າວກ່ຽວກັບຄອບຄົວວ່າ : “ຫາກສາມາດສານຕໍ່ຫລັງຫ່າງຫາຍຈາກພວກເຂົາໄປດົນໄດ້ ທ່ານຈະພົບວ່າພວກເຂົາມີຫຍັງທີ່ຄ້າຍກບທ່ານຫລາຍກ່ວາທີ່ຄິດ”.

ສ່ວນ ທ່ານ Nan Waldman ກໍກ່າວກ່ຽວກັບໝູ່ວ່າ : “ຈົ່ງຮັກສາພວກເຂົາໄວ້ໃຫ້ດີ, ຍິ້ມຫົວນຳກັນ, ເຮັດຫຍັງບ້າໆນຳກັນ, ເປັນສ່ວນໜຶ່ງຂອງຊີວິດ ແລະ ຄວາມສຸກຂອງພວກເຂົາ, ພະຍາຍາມຫາເວລາມາພົບຫລືລົມກັນທຸກອາທິດ”.

  1. ເລີ່ມຂຽນບັນທຶກ : ທ່ານ Mark Crawley ກ່າວວ່າ : “ບັນທຶກເລື່ອງລາວໃນຊີວິດທ່ານໄວ້ ເພາະທ່ານຈະເພີດເພີນ ແລະ ຫລົງຮັກມັນອີກຄັ້ງເມື່ອໄດ້ກັບມາອ່ານ” ທ່ານບໍ່ຈຳເປັນຕ້ອງຂຽນສະໝຸດບັນທຶກລັບຫຍັງຫລາຍກໍໄດ້ ພຽງແຕ່ອັບໂຫລດຮູບຕ່າງໆລົງໃນໂລກອອນລາຍພ້ອມກັບຄຳນິຍາມກໍໍຖືວ່າພຽງພໍໍແລ້ວ.
  2. ເລີ່ມຄວບຄຸມນຳ້ໜັກໃຫ້ຢູ່ໃນເກນທີ່ດີຕໍ່ສຸຂະພາບ : ຫລາຍທ່ານມັກກ່າວເຖິງຄວາມສຳຄັນຂອງການຄວບຄຸມນຳ້ໜັກເມື່ອອາຍຸຂຶ້ນເລກຫລັກ 3, ຈົ່ງຮັກສານຳ້ໜັກໃຫ້ຢູ່ໃນເກນປົກກະຕິເພື່ອສຸຂະພາບທີ່ດີຂອງຮ່າງກາຍທ່ານ. ສິ່ງສຳຄັນແມ່ນການອອກກຳລັງກາຍ ແລະ ກິນອາຫານໃຫ້ເໝາະສົມ, ມີວຽກງານວິໄຈອອກມາຫລາຍຂຶ້ນເລື້ອຍໆວ່າ ຫາກທ່ານຈະຫລຸດນຳ້ໜັກ ອາຫານການກິນຖືເປັນຫລັກການສຳຄັນຍິ່ງກ່ວາການອອກກຳລັງກາຍ.
  3. ເລີ່ມທ້ອນເງິນ : ສິ່ງສຳຄັນຢ່າງໜຶ່ງທ່ີທ່ານຄວນເລີ່ມເຮັດໃນຊ່ວງອາຍຸໄວນີ້ກໍແມ່ນການໃຊ້ຈ່າຍໃຫ້ໜ້ອຍກ່ວາລາຍຮັບ ໂດຍ ທ່ານ David Leon ແນະນຳວ່າ : “ຈົ່ງໃຊ້ຢ່າງປະຢັດໃຫ້ເປັນນິໄສ, ຂ້ອຍຮູ້ຈັກຫລາຍຄົນທີ່ຕ້ອງຫາເຊົ້າກິນຄໍ່າໃນໄວ 50 ປີ ເພາະພວກເຂົາໃຊ້ຈ່າຍຢ່າງຟຸມເຟືອຍຕອນຊ່ວງອາຍຸ 30 ປີ” ຍິ່ງໄປກ່ວານັ້ນ ຫາກທ່ານເລີ່ມທ້ອນເງິນເພື່ອໃຊ້ຫລັງກະສຽນຕັ້ງແຕ່ຫົວທີທ່ານກໍຈະມີດອກເບ້ຍທົບຕົ້ນທຶນກ້ອນໃຫຍ່ເພີ່ມຂຶ້ນນຳ.
  4. ເລີ່ມເຮັດຕາມເປົ້າໝາຍໃຫຍ່ໆທີ່ຕັ້ງໄວ້ຈັກເທື່ອ : ຈົນຕອນນີ້ທ່ານອາດຍັງຝັນເຖິງພຽງແຕ່ການສ້າງຄອບຄົວ, ຊື້ເຮືອນໃໝ່ ຫລື ຮຽນຕໍ່ໃນລະດັບທີ່ສູງຂຶ້ນ ນີ້ເປັນພຽງເວລາທີ່ທ່ານຕ້ອງແລ່ນເຂົ້າຫາຝັນເຫລົ່ານີ້ໄດ້ແລ້ວ.

“ການພັກສິ່ງຕ່າງໆໄວ້ກ່ອນເປັນເລື່ອງງ່າຍ” ທ່ານ Bill Karwin ກ່າວ “ແຕ່ໃນຄວາມເປັນຈິງເມື່ອອາຍຸກ້າວເຂົ້າໄວ 30 ປີ ເວລາຈະໄປໄວຫລາຍ ແລະ ໄວຂຶ້ນເລື້ອຍໆ ສະນັ້ນ ທ່ານຕ້ອງເລີ່ມໄປໃຫ້ເຖິງຝັນໄດ້ແລ້ວ”.

  1. ຮຽນຮູ້ຈາກສິ່ງຜິດພາດ : ທ່ານອາດເຮັດພາດມາຫລາຍໃນໄວ 20 ປີ, ແຕ່ນັ້ນກໍບໍ່ເປັນຫຍັງດອກ ຫາກທ່ານໄດ້ເຕີບໃຫຍ່ຈາກມັນດ້ວຍການຍອມຮັບສິ່ງທີ່ຕາມມາຈາກການກະທຳ ແລະ ໄດ້ຮຽນຮູ້ວ່າເປັນຫຍັງໂຕເອງຈຶ່ງເຮັດຜິດພາດ ແລະ ໃນທ້າຍທີ່ສຸດດັ່ງທີ່ ທ່ານ Amanda Frisk ກ່າວ : “ທຸກຢ່າງໃນຊີວິດແມ່ນຫົນທາງສູ່ການຮຽນຮູ້ ແລະ ພັດທະນາຕົນເອງ”.
  2. ເລີ່ມຫັນມາອ່ານໜັງສື : ທ່ານ Dylin Redling ໄດ້ສະເໜີວິທີການເລີ່ມນິໄສນີ້ໂດຍການ “ອ່ານໜັງສືໃຫ້ໄດ້ຢ່າງໜ້ອຍ 30 ນາທີຕໍ່ມື້ ບໍ່ແມ່ນພວກຂໍ້ຄວາມຈາກໜ້າເວັບໄຊ ຫລື ເຟສບຸກ, ແຕ່ເປັນໜັງສືແທ້ໆ ຈະເປັນນິຍາຍ ຫລື ສາລະຄະດີ, ເປັນຮູບເຫລັ້ມ ຫລື ແບບເອເລັກໂຕຣນິກກໍໄດ້ທັງໝົດ ຍິ່ງທ່ານອ່ານກໍຍິ່ງໄດ້ຮຽນຮູ້ ແລະ ເຂົ້າໃຈມຸມມອງຕ່າງໆ ລວມເຖິງເຮັດໃຫ້ເກີດຄວາມໄຝ່ຮູ້ ແລະ ຄວາມຄິດສ້າງສັນນຳ”.
  3. ເລີ່ມຝຶກເຮັດສະມາທິ : “ຄົນເຮົາບໍ່ວ່າຈະມີຊີວິດດີປານໃດ ແນວໃດກໍຕ້ອງພົບກັບຄວາມເຄັ່ງຄຽດ” ທ່ານ Redling ກ່າວ “ວິທີທີ່ດີທີ່ສຸດໃນການຮັບມືກັບຄວາມເຄັ່ງຄຽດກໍແມ່ນການເຮັດໃຫ້ຈິດໃຈສະຫງົບ ເຊ່ິ່ງເຮັດໄດ້ໂດຍການຝຶກສະມາທິທຸກມື້” ເຊິ່ງ ກໍມີວຽກງານວິໄຈກ່າວເຊັ່ນກັນວ່າ : ການຝຶກສະມາທິຢ່າງສະໝໍ່າສະເໝີນັ້ນຊ່ວຍຫລຸດຄວາມເຄັ່ງຄຽດ, ຊ່ວຍໃຫ້ຄວາມຈື່ຈຳດີ ແລະ ມີສະມາທິຫລາຍຂຶ້ນນຳ. ໃຫ້ຈື່ໄວ້ວ່າມັນບໍ່ແມ່ນການສະຫງົບຈິດໃຈ ແຕ່ເປັນການຈົດຈໍ່ກັບລົມຫາຍໃຈ ແລະ ເຝົ້າເບິ່ງຄວາມຄິດຂອງຕົນເອງໃນຂະນະນັ້ນ.
  4. ເລີ່ມເປີດຮັບໂອກາດຕ່າງໆ : ທ່ານ Karl Pillemer ກ່າວວ່າ : “ທ່ານຄວນເປີດຮັບໂອກາດໃໝ່ໆໃນໜ້າທີ່ວຽກງານສະ ເໝີ ແລະ ຕອບຕົກລົງໃຫ້ເລື້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ການໄດ້ຮັບສິ່ງໃໝ່ໃນຊີວິດການເຮັດວຽກຖືເປັນສິ່ງທີ່ຫລາຍຄົນມັກຈະຕ້ອງມາເສຍໃຈພາຍຫລັງສະເໝີ”.
  5. ເລີ່ມກຳນົດແນວຄິດຄວາມເຊື່ອທີ່ຕົນເອງຍຶດຖືໃຫ້ຈະແຈ້ງ : “ຈະກ້າວໄປໄວເທົ່າໃດກໍໍບໍ່ມີປະໂຫຍດ ຫາກວ່າທ່ານເລືອກກ້າວຜິດທາງ”.

ທ່ານ Lundberg  ກ່າວຕໍ່ວ່າ “ສິ່ງສຳຄັນອັນດັບທຳອິດຂອງໄວນີ້ແມ່ນການມີເປົ້າໝາຍທີ່ຈະແຈ້ງ ໂດຍອາດເລີ່ມຈາກການຈົດລາຍການແນວຄິດຄວາມເຊື່ອທີ່ທ່ານໃຫ້ຄວາມສຳຄັນຫລາຍທີ່ສຸດມາ 3 ຂໍໍ້” ຈາກນັ້ນຈຶ່ງຄ່ອຍເອົາມາກຳນົດເປົ້າໝາຍໃນຊີວິດໂຕເອງ ເພື່ອເປັນການສ້າງແຮງຈູງໃຈໃນການພັດທະນາຕົນເອງ.

- 3 - ສິ່ງທີ່ຄົນໃນຊ່ວງອາຍຸ 30 ປີຄວນເລີ່ມເຮັດໄດ້ແລ້ວ
- 5 - ສິ່ງທີ່ຄົນໃນຊ່ວງອາຍຸ 30 ປີຄວນເລີ່ມເຮັດໄດ້ແລ້ວ
- 4 - ສິ່ງທີ່ຄົນໃນຊ່ວງອາຍຸ 30 ປີຄວນເລີ່ມເຮັດໄດ້ແລ້ວ
  • 1097 Posts
  • 0 Comments
iLike/LPN/20