ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - 0989 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - kitchen vibe - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ທ່ານ ໂຕ ເລິມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ໃນໂອກາດເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນວັນທີ 11-12 ກໍລະກົດ 2024.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ທີ່ ທ່ານ ໂຕ ເລິມ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນທ້າຍເດືອນພຶດສະພາທີ່ຜ່ານມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫລວງຂອງ ທ່ານ ໂຕ ເລິມ ຕະຫລອດໄລຍະຜ່ານມາ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ປະທານປະເທດ ຫວຽດນາມ ແລະ ຄະນະ ໃນຄັ້ງນີ້, ເຊິ່ງເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງ ທ່ານໂຕ ເລິມ ໃນຕໍາແໜ່ງປະທານປະເທດ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມທັງ ໄດ້ຝາກຄໍາຢື້ຢາມຖາມຂ່າວ ໄປຍັງບັນດາ ທ່ານ ການນໍາພັກ ແລະ ລັດຖະບານຫວຽດນາມ ໂດຍສະເພາະ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫລອດມາ ໂດຍສະເພາະໃນສະພາບການທີ່ ສປປ ລາວ ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ກໍຄືການຊ່ວຍເຫລືອທາງດ້ານທຶນຮອນ, ບົດຮຽນ, ປະສົບການ, ອຸປະກອນ ແລະ ພາຫະນະຮັບໃຊ້ໃຫ້ແກ່ກອງປະຊຸມ ໃນໂອກາດທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ປີ 2024 ນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງສອງກົມການ ເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 46 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ເຊິ່ງເຫັນວ່າມີຫຼາຍໂຄງການຮ່ວມມື ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ໂອກາດດຽວກັນ, ທ່ານ ໂຕ ເລິມ ປະທານປະເທດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະຢ່າງເປັນທາງການກັບ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເຊິ່ງເຫັນວ່າໄດ້ມີການປຶກສາຫາລືຢ່າງກົງໄປກົງມາໃນຫຼາຍບັນຫາ ທີ່ເຕັມໄປດ້ວຍບັນຍາກາດໄມຕີຈິດຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ, ພ້ອມທັງໄດ້ອວຍ ພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - 3 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - 5 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ - 4 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ