ໂບລິເວຍຄົ້ນພົບແຫລ່ງແກັສທໍາມະຊາດແຫ່ງໃໝ່ ມີປະລິມານຫລາຍທີ່ສຸດໃນຮອບ 20 ປີ

ລັດຖະບານໂບລິເວຍຢືນຢັນ ການຄົ້ນພົບແຫລ່ງແກັສທໍາມະຊາດແຫ່ງໃໝ່ ຖືເປັນການຄົ້ນພົບຄັ້ງໃຫຍ່ທີ່ສຸດຂອງປະເທດນັບແຕ່ປີ 2005.
ວັນທີ 16 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ລຸຍ ອາເຊ ເປີດເຜີຍການຄົ້ນພົບແຫລ່ງແກັສທໍາມະຊາດຂະໜາດໃຫຍ່ທີ່ມີປະລິມານ 1.7 ພັນລ້ານລູກບາດຟຸດ ຖືເປັນການຄົ້ນພົບເຊື້ອໄຟຄັ້ງໃຫຍ່ທີ່ສຸດຂອງປະເທດ ໃນຮອບ 19 ປີ.
ໂບລິເວຍໄດ້ຮັບຜົນກະທົບຈາກຄວາມພະຍາຍາມກໍ່ລັດຖະປະຫານໃນເດືອນມິຖຸນາຜ່ານມາ ແລະ ກໍາລັງຕໍ່ສູ້ກັບວິກິດເສດຖະກິດຢ່າງຮຸນແຮງ ເນື່ອງຈາກການຂາດເຂີນເງິນໂດລາສະຫະລັດ ເຊິ່ງເປັນຜົນມາຈາກການສົ່ງອອກແກັສທໍາມະຊາດທີ່ຫລຸດລົງຫລາຍ.
ທັງນີ້, ແຫລ່ງແກັສທໍາມະຊາດແຫ່ງໃໝ່ມີປະລິມານພຽງພໍທີ່ຈະແຈກຢາຍພະລັງງານໃຫ້ແມັກຊິໂກ ຫລື ອິຕາລີ ເປັນເວລາ 1 ປີ ຕາມຕົວເລກການຊົມໃຊ້ປີ 2020 ຈາກສໍານັກງານຂໍ້ມູນຂ່າວສານດ້ານພະລັງງານຂອງອາເມລິກາ.
ທ່ານ ອາເຊ ກ່າວວ່າ: ແຫລ່ງແກັສທໍາມະຊາດຂະໜາດໃຫຍ່ຢູ່ທາງຕອນເໜືອຂອງນະຄອນຫລວງລາປາ ໃຊ້ການລົງທຶນສໍາຫລວດມູນຄ່າ 50 ລ້ານໂດລາສະຫະລັດ ແລະ ຖືເປັນການຄົ້ນພົບຄັ້ງສໍາຄັນທີ່ສຸດສໍາລັບໂບລິເວຍ ນັບແຕ່ປີ 2005. ເຖິງຢ່າງໃດກໍຕາມ, ຜູ້ນໍາໂບລິເວຍບໍ່ໄດ້ລະບຸວ່າ: ແຫລ່ງແກັສທໍາມະຊາດແຫ່ງໃໝ່ຈະເພີ່ມປະລິມານສໍາຮອງໂດຍລວມຂອງປະເທດໄດ້ຫລາຍໜ້ອຍຊໍ່າໃດ.
ການສົ່ງອອກແກັສເປັນແຫລ່ງລາຍຮັບຕົ້ນຕໍຂອງໂບລິເວຍ ຈົນຮອດປີ 2021 ກ່ອນແທນທີ່ດ້ວຍການສົ່ງອອກຄໍາ. ຜູ້ນໍາໂບລິເວຍຍອມຮັບວ່າ: ການຜະລິດແກັສທີ່ຫລຸດລົງຂອງປະເທດ ເປັນຜົນມາຈາກການລົ້ມເຫລວໃນການສໍາຫລວດ ແລະ ການເຕີມປະລິມານສໍາຮອງຂອງໂບລິເວຍໃນທົດສະວັດຜ່ານມາ.
ຕາມຂໍ້ມູນຢ່າງເປັນທາງການ, ໂບລິເວຍຜະລິດແກັສໄດ້ 35 ລ້ານລູກບາດແມັດຕໍ່ວັນ ສ່ວນຫລາຍສົ່ງອອກໄປເບຣຊິນ ແລະ ອາເຈນຕິນາ ແລະ ໃຊ້ບໍລິໂພກໃນຕະຫລາດພາຍໃນປະເທດ. ເຖິງຢ່າງໃດກໍຕາມ, ການຂາດເຂີນເງິນໂດລາສະຫະລັດຢູ່ໂບລິເວຍ ສົ່ງຜົນຕໍ່ການຂາດເຂີນເຊື້ອໄຟຢ່າງຮຸນແຮງ ເຊິ່ງເຮັດໃຫ້ຄ່າຄອງຊີບເພີ່ມຂຶ້ນ ແລະ ນໍາໄປສູ່ການປະທ້ວງຄັ້ງໃຫຍ່.