ປກສ ແຂວງບໍ່ແກ້ວ ກວດຄົ້ນພົບຢາບ້າ 2 ລ້ານກວ່າເມັດ ໃນລົດຂົນສົ່ງປຸຍ


ຂ່າວ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ເວລາປະມານ 8 ໂມງ 30 ນາທີ ຂອງວັນທີ 12 ກໍລະກົດ 2024 ເຈົ້າ ໜ້າທີ່ກວດກາຈຸດນໍ້າທຸງໄດ້ກວດຄົ້ນລົດບັນທຸກ 22 ລໍ້ ຄັນໜຶ່ງທີ່ແລ່ນມາແຕ່ເມືອງຫ້ວຍຊາຍ ມຸ່ງໜ້າໄປແຂວງຫລວງນໍ້າທາ, ໃນລົດຄັນດັ່ງກ່າວເປັນລົດບັນທຸກປຸ໋ຍ 300 ເປົາ ແຕ່ບໍ່ມີຂໍ້ມູນເອກະສານຄົບຖ້ວນ ສອບຖາມຜູ້ຂັບຂີ່ ແລະ ຜູ້ມານຳກໍໃຫ້ຂໍ້ມູນບໍ່ກົງກັນ ແລະ ມີພຶດຕິກຳສົງໄສ. ເຈົ້າໜ້າທີ່ຈຶ່ງກັກຕົວຜູ້ຂັບຊີ່ຊື່ທ້າວ ຕູ້ທໍ່ ໄຊເພຍຫລວງຈົງເຊີ ໃຫ້ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ສ່ວນຜູ້ມານຳໄດ້ແລ່ນເອົາຕົວຫລົບໜີເຂົ້າປ່າ ຊື່ທ້າວ ຈາຢ່າງ ປັດຈຸບັນເຈົ້າໜ້າທີ່ກຳລັງຕິດຕາມນຳຕົວ.
ມາຮອດ ວັນທີ 14 ກໍລະກົດ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວຕື່ມອີກຢ່າງລະອຽດ ໄດ້ພົບຢາເສບຕິດປະເພດຢາບ້າ ນໍ້າໜັກຫຼາຍກວ່າ 2 ໂຕນ ຫລື ປະມານ 2,042,000 ເມັດ ແລະ ຢາໄອສ໌ 960 ຫໍ່ ນໍ້າໜັກເກືອຍ 1 ກິໂລກຣາມ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງ ໄດ້ນຳຕົວທ້າວ ຕູ້ທໍ່ ໄຊເພຍຫລວງ ຈົງເຊີ ມາດຳເນີນການສືບສວນສອບສວນ ແລະ ດຳເນີນການຕາມຂັ້ນຕອນຂອງລະບຽບກົດໝາຍ.
ພາບຂ່າວ: ປກສ ແຂວງບໍ່ແກ້ວ

