ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ

ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ - 3001 - ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ
ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ - kitchen vibe - ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ

ວັນທີ 17 ກໍລະກົດ 2024, ຫ້ອງວ່າການນະຄອນຫລວງວຽງຈັນ (ນວ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປິ 2015, ເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຜູ້ປະຈຳການຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ) ທັງເປັນຫົວໜ້າກອງເລຂາຂອງ ຄລຊ.

ໃນພິທີ, ທ່ານ ຈະເລີນ ເຍຍປາວເຮີ ກ່າວວ່າ: ເພື່ອສະຫລຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນໃນໄລຍະ 9 ປີຜ່ານມາໃນທົ່ວປະເທດ ກໍຄືນະຄອນຫລວງວຽງຈັນໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫລື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາທີ່ຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຮັບໝາກຮັບຜົນ ແລະ ແທດເໝາະກັບສະພາບການຕົວຈິງ. ພ້ອມທັງສະເໜີຈົ່ງລົງເລິກຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໂດຍຕິດພັນກັບການປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂອງບັນດາຂະແໜງການ, ອົງການຂັ້ນນະຄອນຫລວງ, ຂັ້ນເມືອງ ແລະ ຂັ້ນຮາກຖານ ທົ່ວນະຄອນຫລວງວຽງຈັນ ເປັນຕົ້ນການສ້າງຄວາມຮັບຮູ້, ເຂົ້າໃຈທີ່ຖືກຕ້ອງຕໍ່ລັດຖະທຳມະນູນ ແລະ ກົດໝາຍ ຕິດພັນກັບການສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຖັນແຖວພະນັກ ງານ-ລັດຖະກອນ, ສະມາຊິກພັກ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ.

ພ້ອມນີ້, ກໍໃຫ້ສະເໜີຄໍາຄິດຄໍາເຫັນຕໍ່ການປັບປຸງເນື້ອໃນຂອງລັດຖະທຳມະນູນ ໂດຍສະເພາະການປັບປຸງໝວດວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ໝວດວ່າດ້ວຍອົງການປົກຄອງທ້ອງຖິ່ນ; ການປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ຢູ່ນະຄອນຫລວງວຽງຈັນ.

ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ - 45148 1024x683 - ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ

ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ - 3 - ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ
ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ - 4 - ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ
ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ - 5 - ປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ນະຄອນຫລວງວຽງຈັນ