ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່

- kitchen vibe - ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່

ໃນໂອກາດໂອ້ລົມຕໍ່ກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017 ເມື່ອທ້າຍອາທິດຜ່ານມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແນະນໍາ ໃຫ້ສະມາຊິກລັດຖະບານເອົາໃຈໃສ່ປະຕິບັດວຽກງານຈຸດສຸມໃນຕໍ່ໜ້າຄື: ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນ ເພື່ອ ປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີສ້າງສະຖານະການບໍ່ດີຕ່າງໆເພື່ອຍຸແຍ່, ແບ່ງແຍກ ແລະ ກໍ່ຄວາມບໍ່ສະຫງົບ, ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ໜັກແໜ້ນ, ໂດຍເລັ່ງສ້າງແຜນແມ່ບົດຈັດສັນລະບຽບສັງຄົມຕາມແຜນກຳນົດໄວ້, ສືບຕໍ່ເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ອຸປະຕິເຫດ, ອັກຄີໄພ ແລະ ອື່ນໆໃຫ້ຫລຸດໜ້ອຍຖອຍລົງ. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການໃນພາກພື້ນ ແລະ ສາກົນທີ່ກຳລັງຜັນແປໄປຢ່າງສັບຊ້ອນ ແລະ ອາດສົ່ງຜົນກະທົບດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ປະເທດເຮົາ, ພ້ອມທັງສູ້ຊົນຈັດຕັ້ງປະຕິບັດຄາດໝາຍທີ່ບໍ່ທັນບັນລຸໄດ້ຕາມແຜນ, ໂດຍສະເພາະແມ່ນຄາດໝາຍດ້ານລາຍຮັບຕ່າງໆ ເປັນຕົ້ນ: ສ່ວຍສາອາກອນ, ຊັບສິນຂອງລັດ, ກອງທຶນ ແລະ ການຄ້າງຊະລຳຕ່າງໆໃນການດຳເນີນທຸລະກິດ, ໂດຍມອບໃຫ້ແຕ່ລະຂະແໜງການກວດຄືນ ແລະ ນຳໃຊ້ມາດຕະການທີ່ເໝາະສົມ, ສອດຄ່ອງຕາມລະບຽບກົດໝາຍ. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ໂດຍເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງການຂາດດຸນງົບປະມານໃຫ້ຢູ່ໃນລະດັບທີ່ສະພາແຫ່ງຊາດກຳນົດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ລາຄາສິນຄ້າໃຫ້ມີຄວາມສະຫງົບ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍເພື່ອໃຫ້ມີການລົງທຶນເພີ່ມຂຶ້ນ ແລະ ພາກສ່ວນທຸລະກິດມີການເຄື່ອນໄຫວຄຶກຄື້ນ, ອັນສໍາຄັນຕ້ອງສືບຕໍ່ແກ້ໄຂຂອດອຸດຕັນຕ່າງໆໃຫ້ທະລຸໂລ່ງ, ປະຕິບັດກົນໄກການລົງທຶນຜ່ານປະຕູດຽວຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ໂລ່ງລ່ຽນ, ໂປ່ງໃສ ແລະ ເປັນເອກະພາບຕາມກົດໝາຍສົ່ງເສີມການລົງທຶນ.
ດຳເນີນການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ 7 ຂໍ້ ແລະ ມາດຕະການ ແລະ ວິທີການແກ້ໄຂຜົນການກວດກາຕາມຜົນຂອງການກວດສອບ 8 ຂໍ້ທີ່ອົງການກວດກາລັດຖະບານໄດ້ສະເໜີ ແລະ ສະພາແຫ່ງຊາດໄດ້ຮັບຮອງ, ແຕ່ລະຂະແໜງການຕ້ອງເອົາໃຈໃສ່ຊີ້ນຳ, ຄຸ້ມຄອງ ແລະ ຕິດຕາມກວດກາຫົວໜ່ວຍງົບປະມານພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມງວດໃນການປະຕິບັດກົດໝາຍ, ລະບຽບການ, ວິໄນແຜນການ ແລະ ການເງິນ, ພ້ອມທັງປະຕິບັດມາດຕະການກະຕຸກຊຸກຍູ້, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ໄປຄຽງຄູ່ກັບການສຶກສາອົບຮົມ-ກ່າວເຕືອນ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດຕາມກົດໝາຍກຳນົດ, ສືບຕໍ່ຕິດຕາມ, ອຳນວຍຄວາມສະດວກ, ຊຸກຍູ້ ແລະ ແກ້ໄຂບັນຫາທີ່ຕິດພັນກັບໂຄງການລົງທຶນ ແລະ ໂຄງການພັດທະນາຂະໜາດໃຫຍ່ຕ່າງໆເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ການລົງທຶນດ້ານພະລັງງານ-ບໍ່ແຮ່, ການພັດທະນາເຂດເສດຖະກິດພິເສດ ແລະ ອື່ນໆ, ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາທີ່ຕິດພັນກັບໂຄງການເຫລົ່ານີ້ໃຫ້ດີ, ໂດຍສະເພາະແມ່ນຄ່າຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ບັນດາໂຄງການເຫລົ່ານີ້ສ້າງຄຸນຄ່າ ແລະ ຈຳກັດໄດ້ຜົນກະທົບທາງລົບດ້ານການພັດທະນາ, ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ຕິດຕາມ, ຊຸກຍູ້, ອຳນວຍຄວາມສະດວກ ແລະ ຊ່ວຍເຫລືອປະຊາຊົນໃນການເກັບກ່ຽວເຂົ້ານາປີ, ພ້ອມທັງກະກຽມຊຸກຍູ້ການຜະລິດລະດູແລ້ງໃຫ້ທັນລະດູການ ເປັນຕົ້ນ: ການສະໜອງແນວພັນ, ການສະໜອງນ້ຳເຂົ້າພື້ນທີ່ການຜະລິດ ແລະ ການຊ່ວຍເຫລືອດ້ານເຕັກນິກວິຊາການທີ່ຈຳເປັນໃຫ້ແກ່ຊາວກະສິກອນ, ສືບຕໍ່ເຝົ້າລະວັງ ແລະ ປ້ອງກັນພະຍາດໄຂ້ຫວັດສັດປີກ, ໄຂ້ເລືອດອອກ ແລະ ພະຍາດຕາມລະດູການອື່ນໆ, ພິເສດແມ່ນໃຫ້ເອົາໃຈໃສ່ກະກຽມເປັນເຈົ້າພາບທີ່ດີໃນປີທ່ອງທ່ຽວລາວ 2018 ໂດຍສຸມໃສ່ຄົ້ນຄວ້ານຳໃຊ້ທ່າແຮງບົ່ມຊ້ອນທີ່ປະເທດເຮົາມີ, ປັບປຸງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ, ປັບປຸງການບໍລິການໃຫ້ສະດວກວ່ອງໄວ, ແກ້ໄຂສິ່ງອັດຕັນ ແລະ ປ້ອງກັນຄວາມສ່ຽງດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວໃຫ້ໄດ້ຕາມຄາດໝາຍວາງໄວ້ຫລາຍກວ່າ 5,2 ລ້ານຄົນໃນປີ 2018, ພ້ອມນັ້ນກໍໃຫ້ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ, ສົ່ງເສີມແນວຄິດລາວທ່ຽວລາວໃຫ້ແຂງແຮງ ເພື່ອຫລຸດຜ່ອນການຮົ່ວໄຫລຂອງເງິນຕາອອກນອກປະເທດ, ເພື່ອເຮັດໃຫ້ປີທ່ອງທ່ຽວເປັນເຄື່ອງມືທີ່ມີປະສິດທິຜົນໃນການກະຕຸ້ນເສດຖະກິດຂອງປະເທດໃຫ້ຂະຫຍາຍຕົວຕາມເປົ້າໝາຍວາງໄວ້.

- 5 - ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່
- 3 - ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່
- 4 - ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່
- Visit Laos Visit SALANA BOUTIQUE HOTEL - ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່