ອິດສະລາແອນລະເບີດທຳລາຍອຸໂມງຮາມັດ

- 1 344 696x464 - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ
- kitchen vibe - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ

ກອງທັບ​ອິດສະ​ລາ​ແອນ​ລະ​ເບີດ​ທຳລາຍ​ອຸ​ໂມງ​ທີ່​ສະມາຊິກ​ກຸ່ມ​ຮາ​ມັດ​ຂຸດ​ຈາກ​ເຂດ​ກາຊາ ​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 7 ຄົນ.

- 000 TU9SM 640x400 - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ

- Visit Laos Visit SALANA BOUTIQUE HOTEL - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ
- Visit Laos Visit SALANA BOUTIQUE HOTEL - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ເຢຣູຊາ​ເລ​ມ ປະ​ເທດ​ອິດສະ​ລາ​ແອນ ​ໃນ​ວັນ​ທີ 31 ຕຸລາ​ວ່າ: ກອງທັບ​ອິດສະ​ລາ​ແອນ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 30 ຕຸລາ​ວ່າ: ​ໄດ້​ລະ​ເບີດ​ທຳລາຍ​ອຸ​ໂມງ​​ແຫ່ງ​ໜຶ່ງ ​ເຊິ່ງຢູ່​ຫ່າງ​ຈາກ​ບ້ານ​ຄິສຊູ​ຟູມ ປະມານ 2 ກິ​ໂລ​ແມັດ ​ແລະ ​ເຊື່ອ​ວ່າ​ຕົ້ນທາງ​ຂອງ​ການ​ຂຸດ​ອຸ​ໂມງ​ມາ​ຈາກ​ເຂດ​ກາຊາ. ທັງ​ນີ້ ລາຍ​ງານ​ຂອງ​ກອງທັບ​ອິດສະ​ລາ​ແອນ​ບໍ່​ໄດ້​ລະບຸ​ວ່າ​ມີ​ການຄົ້ນພົບ​ອຸ​ໂມງ​ແຫ່ງ​ນີ້​ຕອນ​ໃດ, ​ແຕ່​ຜົນ​ຈາກ​ການລະ​ເບີດ​ອຸ​ໂມງ​ຂ້າ​ຊີວິດ “ຜູ້​ກໍ່​ການ​ຮ້າຍ” ຢ່າງ​ໜ້ອຍ 7 ຄົນ.

ຂະນະ​ທີ່​ກະຊວງ​ສາທາລະນະ​ສຸກ​ຂອງ​ເຂດ​ກາຊາ ​ເຊິ່ງຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກຸ່ມ​ຮາ​ມັດ ຢືນຢັນ​ວ່າ: ​ເຫດການ​ດັ່ງກ່າວ​ເປັນຄວາມ​ຈິງ ​ແລະ ຜູ້​ເສຍ​ຊີວິດ 2 ຄົນ ​ເປັນ​ສະມາຊິກ​ກຸ່ມ​ເອສຊາ​ດິນ ອັດ ກັດ​ເຊັມ ​ເຊິ່ງ​ເປ​ັນກອງ​ກຳລັງ​ຫລັກ​ຂອງ​ກຸ່ມ​ຮາ​ມັດ, ສ່ວນ​ທີ່​ເຫລືອ​ອີກ 5 ຄົນ​ເປັນ​ນັກຮົບ​ສັງ​ກັດ​ກອງ​ກຳລັງ​ກຸ່ມ​ຍ່ອຍ. ສ່ວນ​ກຸ່ມ​ຮາ​ມັດ​ອອກ​ຖະ​ແຫລ​ງການ​ປະນາມ​ເຫດການ​ທີ່​ເກີດ​ຂຶ້ນຢ່າງ​ໜັກ, ​ແຕ່​ຍັງ​ຮັກສາ​ທ່າ​ທີ​ກ່ຽວ​ກັບ “ມາດ​ຕະການ​ຕອບ​ໂຕ້”.

- k4yhn3gz - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ

ທັງ​ນີ້, ການຄົ້ນພົບ​ອຸ​ໂມງ​ລັກສະນະ​ນີ້​ບໍ່​ຄ່ອຍ​ເກີດ​ຂຶ້ນ ນັບ​ແຕ່​ສິ້ນສຸດ​ສົງຄາມ​ຢູ່​ເຂດ​ກາຊາ ທີ່​ເປັນ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ​ລະຫວ່າງ​ກອງທັບ​ອິດສະ​ລາ​ແອນ​ກັບ​ກຸ່ມ​ຮາ​ມັດ ​ໃນ​ປີ 2014 ​ໂດຍ​ການຄົ້ນພົບ ​ແລະ ທຳລາຍ​ອຸ​ໂມງ​ຄັ້ງຫລ້າ​ສຸດ​ກ່ອນ​ໜ້າ​ນີ້​ເກີດ​ຂຶ້ນ​ໃນ​ເດືອນ​ເມສາ​ປີຜ່ານມາ. ນອກຈາກ​ນີ້ ​ເຫດການ​ຍັງ​ເກີດ​ຂຶ້ນ​ໃນ​ໄລຍະ​ທີ່​ລັດຖະບານ​ປາ​ແລັສຕິດ ​ແລະ ກຸ່ມ​ຮາ​ມັດ​ພະຍາຍາມ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ປານີ​ປານ​ອມທີ່​ລົງ​ນາມ​ຮ່ວມ​ກັນ​ໃນຕົ້ນ​ເດືອນ​ນີ້ ​ເພື່ອ​ຫລຸດຜ່ອນ​ຄວາມ​ຂັດ​ແຍ່ງ​ທີ່​ຍືດ​ເຍື້ອມາ​ເຖິງ 1 ທົດ​ສະ​ວັດ.

- 4 - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ
- 5 - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ
- 3 - ອິດສະລາແອນລະເບີດທຳລາຍອຸໂມງຮາມັດ