ເລຂາທິການນາໂຕເລັ່ງໃຫ້ຂວ້ຳບາດ ສປປ ເກົາຫລີ ເຕັມຮູບແບບ


ທ່ານ ເຢນ ສໂຕລເທນເບິກ ເລຂາທິການອົງການນາໂຕ ກ່າວຮຽກຮ້ອງໃຫ້ປະເທດສະມາຊິກສະຫະປະຊາຊາດບັງຄັບໃຊ້ມາດຕະການຂວ້ຳບາດຢ່າງເຕັມຮູບແບບຕໍ່ ສປປ ເກົາຫລີ ເຊິ່ງທ່ານຖືວ່າເປັນໄພຄຸກຄາມທົ່ວໂລກຈາກການທົດລອງຍິງລູກສອນໄຟໄກເຖິງເອີຣົບ ແລະ ອາເມລິກາເໜືອ.
ເລຂາທິການອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (ນາໂຕ) ກ່າວໃນການຖະແຫລງຂ່າວຢູ່ນະຄອນຫລວງໂຕກຽວ ແລະ ພົບປະກັບນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນວ່າ: ກໍລະນີທີ່ ສປປ ເກົາຫລີ ທົດລອງລູກສອນໄຟ ແລະ ນິວເຄຼຍ ຖືວ່າຂັດກັບມະຕິສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ເປັນໄພຄຸກຄາມໂລກ ແລະ ຕ້ອງມີມາດຕະການຕອບໂຕ້. ທ່ານ ສໂຕລເທນເບິກ ເດີນທາງຢ້ຽມຢາມນະຄອນຫລວງໂຕກຽວກ່ອນໜ້າປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາຈະມາຢ້ຽມຢາມອາຊີເທື່ອທຳອິດຢ່າງເປັນທາງການ ໂດຍເລີ່ມຈາກຍີ່ປຸ່ນວັນທີ 5 ພະຈິກນີ້, ຄາດວ່າບັນຫາ ສປປ ເກົາຫລີ ຈະເປັນຫົວຂໍ້ສຳຄັນໃນການຫາລືລະຫວ່າງພາລະກິດຢ້ຽມຢາມອາຊີ ເຊິ່ງລວມທັງການຢ້ຽມຢາມຈີນ ຄາດວ່າຜູ້ນຳອາເມລິກາຈະເລັ່ງໃຫ້ຄະນະຜູ້ນຳຈີນກົດດັນ ສປປ ເກົາຫລີ ເພີ່ມຂຶ້ນ ເພາະເປັນປະເທດພັນທະມິດລາຍໃຫຍ່ ແລະ ຄູ່ຄ້າສຳຄັນຂອງ ສປປ ເກົາຫລີ. ຂະນະທີ່ນາຍົກລັດຖະມົນຕີ ອາເບະ ກ່າວໃນການຖະແຫລງຂ່າວຮ່ວມກັນວ່າ: ນອກຈາກການເຈລະຈາແລ້ວ ເປັນເລື່ອງສຳຄັນທີ່ຈະຕ້ອງໃຫ້ ສປປ ເກົາຫລີ ປ່ຽນແປງນະໂຍບາຍດ້ວຍການກົດດັນໃຫ້ຫລາຍທີ່ສຸດ.