ອິດສະລາແອນໂຈມຕີສາງອາວຸດຂອງກຸ່ມແຮັດໂບລາຢູ່ລີບັງ ມີຜູ້ບາດເຈັບ 6 ຄົນ

ມີຜູ້ໄດ້ຮັບບາດເຈັບ 6 ຄົນ ຈາກປະຕິບັດການໂຈມຕີຂອງກອງທັບອິດສະລາແອນ ທີ່ທໍາລາຍສາງອາວຸດຂອງກຸ່ມແຮັດໂບລາໃນເຂດທາງໃຕ້ຂອງລີບັງ.
ວັນທີ 21 ກໍລະກົດ, ສໍານັກຂ່າວແຫ່ງຊາດຂອງລີບັງ (NNA) ລາຍງານວ່າ: ເຮືອບິນຮົບຂອງກອງທັບອິດສະລາແອນປະຕິບັດການໂຈມຕີເປົ້າໝາຍ ເຊິ່ງເປັນສາງອາວຸດ ຕັ້ງຢູ່ເມືອງອັດລູນ ຫ່າງຈາກຊາຍແດນອິດສະລາແອນປະມານ 30 ກິໂລແມັດ ໃນຄືນວັນທີ 20 ກໍລະກົດຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 6 ຄົນ.
ຂະນະທີ່ຖະແຫລງການຂອງກອງທັບອິດສະລາແອນລະບຸວ່າ: ສົ່ງເຮືອບິນຮົບເຂົ້າໄປໂຈມຕີສາງອາວຸດສອງແຫ່ງຂອງກຸ່ມແຮັດໂບລາ ໃນເຂດທາງຕອນໃຕ້ຂອງລີບັງ ໂດຍອາວຸດສ່ວນຫລາຍຢູ່ພາຍໃນສາງ ຄືຈະຫລວດ ເພື່ອຕອບໂຕ້ກຸ່ມແຮັດໂບລາຍິງຈະຫລວດຄັດຢູຊາໂຈມຕີພື້ນທີ່ທາງເໜືອຂອງອິດສະລາແອນ.
ທັງນີ້, ການໂຈມຕີຂ້າມຊາຍແດນລະຫວ່າງອິດສະລາແອນກັບລີບັງ ເຊິ່ງເກີດຂຶ້ນຄູ່ຂະໜານກັບສົງຄາມຢູ່ເຂດກາຊາທີ່ເລີ່ມຂຶ້ນໃນວັນທີ 7 ຕຸລາ 2023 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢູ່ລີບັງແລ້ວ 515 ຄົນ ໃນຈໍານວນນີ້ຢ່າງໜ້ອຍ 104 ຄົນເປັນພົນລະເຮືອນ, ຢູ່ອິດສະລາແອນມີທະຫານເສຍຊີວິດຢ່າງໜ້ອຍ 18 ຄົນ ແລະ ພົນລະເຮືອນຢ່າງໜ້ອຍ 13 ຄົນ.