ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ຈະພິຈາລະນາ ແລະ ຮັບຮອງເອົາ 16 ກົດໝາຍ

ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອມໍ່ໆມານີ້ວ່າ: ກອງປະຊຸມເທື່ອນີ້, ຈະພິຈາລະນາ ແລະ ຮັບຮອງເອົາ ກົດໝາຍຈໍານວນ 16 ສະບັບ, ໃນນີ້ມີກົດໝາຍໃໝ່ 9 ສະບັບ ແລະ ກົດໝາຍປັບປຸງ 7 ສະບັບ, ພ້ອມຈະພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນປີ 2017 ແລະ ທິດທາງແຜນການ 2018, ການຈັດຕັ້ງແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ທິດທາງຄາດໝາຍປີ 2018, ການຈັດຕັ້ງປະຕິບັດແຜນເງິນຕາ 2017 ແລະ ເງິນປີ 2018 ແລະ ວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນພັດທະນາໃນປີ 2018, ພ້ອມໄດ້ຮັບຟັງການຊີ້ແຈງບັນຫາສໍາຄັນຕ່າງໆກ່ຽວກັບຜົນຂອງການກວດສອບແຫ່ງລັດ, ບົດສະຫຼຸບຂາດຕົວຂອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາສົກປີ 2015-2016, ພິຈາລະນາວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017 ແລະ ທິດທາງປີ 2018.
ທ່ານຮອງປະທານສະພາ ໃຫ້ຮູ້ຕື່ມວ່າ: ໃນປີ 2018 ຈະມາເຖິງນີ້, ຈະສູ້ຊົນສ້າງ ແລະ ປັບປຸງກົດໝາຍໃຫ້ສໍາເລັດ 26 ສະບັບ, ໃນນີ້ກົດໝາຍໃໝ່ 11 ສະບັບ ແລະ ປັບປຸງກົດໝາຍ 15 ສະບັບ, ກວດກາ, ຊຸກຍູ້ການອອກນິຕິກໍາລຸ່ມກົດໝາຍຂອງພາກສ່ວນຕ່າງໆໃຫ້ບັນລຸຕາມຄາດໝາຍ ແລະ ຍົກສູງຄຸນນະພາບການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດຜ່ານກົນໄກສະພາແຫ່ງຊາດ, ໃຫ້ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ຮັບປະກັນປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ, ປອດໄພ, ສີວິໄລ ແລະ ຍຸຕິທໍາ. ຮັບປະກັນໃຫ້ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ, ໄດ້ຮັບການແກ້ໄຂຕາມກົດໝາຍ ແລະ ລະບຽບການນັບມື້ດີຂຶ້ນ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ກົງຈັກການຈັດຕັ້ງພາຍໃນສະພາແຫ່ງຊາດ, ຮັບປະກັນໃຫ້ບຸກຄາລາກອນທີ່ເປັນເສນາທິການມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຕາມທິດຫັນເປັນທັນສະໄໝ ແລະ ເພີ່ມທະວີການປະສານງານລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນການປະຕິບັດບົດບາດການເປັນຕົວແທນຂອງປະຊາຊົນບັນດາເຜົ່າມີຄຸນນະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາລັດຖະສະພາປະເທດເພື່ອນມິດຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ພົວພັນຮ່ວມມືທີ່ໃກ້ສິດກັບບັນດາປະເທດອາຊຽນ ເພື່ອສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ຍາດແຍ່ງການສະໜັບສະໜູນຢູ່ໃນເວທີພາກພື້ນ ແລະ ສາກົນດີຂຶ້ນ.