ອິນເດຍເຝົ້າລະວັງໄວຣັສນິປາຮອບໃໝ່ ຫລັງພົບຜູ້ເສຍຊີວິດຢູ່ລັດເກຣລະ
![ອິນເດຍເຝົ້າລະວັງໄວຣັສນິປາຮອບໃໝ່ ຫລັງພົບຜູ້ເສຍຊີວິດຢູ່ລັດເກຣລະ - WhatsApp Image 2024 07 21 at 1 - ອິນເດຍເຝົ້າລະວັງໄວຣັສນິປາຮອບໃໝ່ ຫລັງພົບຜູ້ເສຍຊີວິດຢູ່ລັດເກຣລະ ອິນເດຍເຝົ້າລະວັງໄວຣັສນິປາຮອບໃໝ່ ຫລັງພົບຜູ້ເສຍຊີວິດຢູ່ລັດເກຣລະ - WhatsApp Image 2024 07 21 at 1 - ອິນເດຍເຝົ້າລະວັງໄວຣັສນິປາຮອບໃໝ່ ຫລັງພົບຜູ້ເສຍຊີວິດຢູ່ລັດເກຣລະ](https://www.laophattananews.com/wp-content/uploads/2024/07/WhatsApp-Image-2024-07-21-at-1.43.56-PM.jpeg)
ໜ່ວຍງານສາທາລະນະສຸກຂອງອິນເດຍເລັ່ງດໍາເນີນການຄົ້ນຫາ ແລະ ຈໍາແນກກຸ່ມສ່ຽງ ຫລັງໄວຣັສນິປາຂ້າຊີວິດເດັກນ້ອຍເພດຊາຍອາຍຸ 14 ປີຢູ່ລັດເກຣລະ ທາງຕອນໃຕ້ຂອງປະເທດ.
ວັນທີ 23 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຈາກລັດເກຣລະເລັ່ງດໍາເນີນການປ້ອງກັນການແຜ່ລະບາດຂອງໄວຣັສນິປາ ພາຍຫລັງເດັກນ້ອຍຜູ້ຊາຍອາຍຸ 14 ປີ ເສຍຊີວິດຈາກພະຍາດດັ່ງກ່າວ. ພ້ອມດໍາເນີນການລະບຸຕົວຜູ້ມີຄວາມສ່ຽງສູງ 60 ຄົນ.
ໄວຣັສນິປາ ເຊິ່ງມາຈາກໂຕເຈຍ ແລະ ສັດຕ່າງໆເຊັ່ນ: ໝູ ສົ່ງຜົນເຮັດໃຫ້ສະໝອງບວມຈົນເປັນອັນຕະລາຍເຖິງຊີວິດ. ດ້ວຍເຫດນີ້ ອົງການອະນາໄມໂລກ (WHO) ຈຶ່ງຈັດໃຫ້ເປັນພະຍາດທີ່ມີຄວາມຮີບດ່ວນ ເນື່ອງຈາກມີປະສິດທິພາບໃນການແຜ່ລະບາດ, ຍັງບໍ່ມີວັກຊີນປ້ອງກັນ ແລະ ແນວທາງການປິ່ນປົວ.
“ເດັກນ້ອຍທີ່ຕິດເຊື້ອເສຍຊີວິດໃນວັນທີ 21 ກໍລະກົດຜ່ານມາ ພາຍຫລັງຫົວໃຈຢຸດເຕັ້ນ” ນາງ ວີນາ ຈອດ ຫົວໜ້າສາທາລະນະສຸກລັດເກຣລະ ກ່າວ ໂດຍກ່ອນໜ້ານັ້ນພຽງມື້ດຽວ ນາງໃຫ້ຂໍ້ມູນວ່າ: ລັດຖະບານທ້ອງຖິ່ນມີຄໍາສັ່ງຈັດຕັ້ງຄະນະກໍາມະການ 25 ຊຸດ ເພື່ອລະບຸ ແລະ ຈໍາແນກຜູ້ຕິດເຊື້ອແລ້ວ.
ທ່ານ ອານຸບ ກຸມາ ຜູ້ອໍານວຍການຝ່າຍການແພດວິກິດ ໂຮງໝໍເອສເຕີ ມິມ ຢູ່ເມືອງກາລິກັດ ລັດເກຣລະ ກ່າວວ່າ: ຄົນເຈັບເປັນເດັກນ້ອຍນັກຮຽນ ແລະ ຄົນທີ່ສໍາຜັດກັບລາວກໍາລັງຖືກສັງເກດອາການ “ໂອກາດທີ່ໄວຣັສນິປາຈະລະບາດຢູ່ໃນລະດັບຕໍ່າ” ພ້ອມເນັ້ນວ່າ: ຈະມີການຕິດຕາມສະຖານະການຕໍ່ໄປອີກ 7-10 ວັນຕໍ່ໜ້າ.
ລາຍງານລະບຸວ່າ: ປັດຈຸບັນມີ 214 ຄົນໃນລາຍຊື່ຜູ້ສໍາຜັດໃກ້ຊິດກັບເດັກ ແລະ 60 ຄົນມີຄວາມສ່ຽງສູງ ຈຶ່ງຕ້ອງຈັດຕັ້ງພະແນກແຍກພະຍາດຢູ່ສະຖາບັນສຸຂະພາບເພື່ອປິ່ນປົວຄົນເຈັບ. ຂະນະທີ່ສະມາຊິກໃນຄອບຄົວຖືກນໍາສົ່ງໂຮງໝໍທ້ອງຖິ່ນເພື່ອສັງເກດອາການ ພາຍຫລັງພົບຄົນເຈັບໄວຣັສນິປາຢູ່ເມືອງມາລາປຸຣໍາ ເມືອງທີ່ຢູ່ຫ່າງຈາກເມືອງທີຣຸວານັນທະປຸຣໍາ ເມືອງເອກຂອງລັດເກຣລະ ປະມານ 350 ກິໂລແມັດ, ສ່ວນຜູ້ອື່ນອາດມີຄວາມສ່ຽງຖືກຂໍໃຫ້ກັກຕົວຢູ່ໃນເຮືອນ.
ລັດຖະບານທ້ອງຖິ່ນຂອງລັດເກຣລະຊີ້ແຈງວ່າ: ກໍາລັງດໍາເນີນການຕິດຕາມຜູ້ທີ່ສໍາຜັດກັບຄົນເຈັບຢືນຢັນ ເພື່ອຄວບຄຸມການແຜ່ກະຈາຍຂອງໄວຣັສ ເນື່ອງຈາກໄວຣັສດັ່ງກ່າວເຄີຍຂ້າຊີວິດຄົນຫລາຍສິບຄົນ ນັບແຕ່ຖືກກວດພົບຢູ່ລັດເກຣລະ ເປັນຄັ້ງທໍາອິດໃນປີ 2018. ໄວຣັສນິປາຖືກກວດພົບຄັ້ງທໍາອິດເມື່ອ 25 ປີກ່ອນ ຢູ່ມາເລເຊຍ ກ່ອນຈະນໍາໄປສູ່ການລະບາດຢູ່ບັງກະລາເທດ, ອິນເດຍ ແລະ ສິງກະໂປ.