ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ

ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - 111 14 - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ
ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - kitchen vibe - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ

    ຈໍານວນຜູ້ເສຍຊີວິດຈາກເຫດການດິນເຈື່ອນ ຢູ່ທາງຕອນໃຕ້ຂອງເອທິໂອເປຍ ເພີ່ມເປັນຫລາຍກວ່າ 200 ຄົນ. ຂະນະທີ່ການສົ່ງມອບການຊ່ວຍເຫລືອເປັນໄປຢ່າງຍາກລໍາບາກ ເພາະພື້ນທີ່ເກີດເຫດເປັນເຂດຊົນນະບົດຫ່າງໄກ.

     ວັນທີ 24 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານກ່ຽວກັບຄວາມຄືບໜ້າພາຍຫລັງເກີດເຫດການດິນເຈື່ອນເປັນວົງກວ້າງ ຢູ່ເຂດໂກຟາ ທາງຕອນໃຕ້ຂອງເອທິໂອເປຍ ໃນວັນທີ 22 ກໍລະກົດຜ່ານມາວ່າ: ຈໍານວນຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 229 ຄົນ ແບ່ງເປັນຜູ້ຊາຍ 148 ຄົນ ແລະ ຜູ້ຍິງ 81 ຄົນ.

ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ
ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ

     ເຖິງວ່າເຈົ້າໜ້າທີ່ກູ້ໄພສາມາດຊ່ວຍເຫລືອຜູ້ລອດຊີວິດໄດ້ຢ່າງໜ້ອຍ 5 ຄົນ ເຊິ່ງຕອນນີ້ທຸກຄົນຢູ່ໃນການເບິ່ງແຍງຂອງແພດໝໍ, ແຕ່ຍັງມີຜູ້ສູນຫາຍອີກຈໍານວນຫລາຍ ສ້າງຄວາມກັງວົນໃຫ້ທຸກຝ່າຍວ່າ: ຈໍານວນຜູ້ເສຍຊີວິດຈະເພີ່ມຂຶ້ນຫລາຍກວ່ານີ້.

     ຂະນະທີ່ຂໍ້ມູນຈາກສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OCHA) ລະບຸວ່າ: ໄພທໍາມະຊາດທີ່ເກີດຂຶ້ນສົ່ງຜົນກະທົບຕໍ່ປະຊາຊົນປະມານ 14,000 ຄົນ ແລະ ການສົ່ງມອບການຊ່ວຍເຫລືອຍັງເປັນໄປດ້ວຍຄວາມຍາກລໍາບາກ ໂດຍພື້ນທີ່ເກີດເຫດເປັນເຂດທຸລະກັນດານ ຢູ່ຫ່າງຈາກນະຄອນຫລວງແອດດິສອາບາບາ ປະມານ 450 ກິໂລແມັດ ແລະ ຕ້ອງໃຊ້ເວລາເດີນທາງປະມານ 10 ຊົ່ວໂມງ ດ້ວຍລົດ.

    ນາຍົກລັດຖະມົນຕີ ອາບີ ອາເໝັດ ອາລີ ຜູ້ນໍາເອທິໂອເປຍ ສະແດງຄວາມເສຍໃຈຢ່າງສູງສຸດເຖິງຄອບຄົວຜູ້ເສຍຊີວິດ ແລະ ເນັ້ນໃຫ້ໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງ ເລັ່ງໃຫ້ການຊ່ວຍເຫລືອປະຊາຊົນທຸກຄົນທີ່ໄດ້ຮັບຄວາມເດືອດຮ້ອນ.

     ທັງນີ້, ພາກພື້ນເຊົາເອທິໂອເປຍ ເປັນໜຶ່ງໃນພື້ນທີ່ຂອງເອທິໂອເປຍ ເຊິ່ງຜະເຊີນຝົນຕົກໜັກ ແລະ ເກີດນໍ້າຖ້ວມກະທັນຫັນຫລາຍຄັ້ງ ພາຍໃນໄລຍະເວລາບໍ່ເທົ່າໃດເດືອນຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍຈໍານວນຫລາຍ ຕາມລາຍງານຂອງສະຫະປະຊາຊາດ (UN).

ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - 3 - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ
ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - 5 - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ
ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ - 4 - ເກີດເຫດດິນເຈື່ອນຢູ່ທາງພາກໃຕ້ຂອງເອທິໂອເປຍ ມີຜູ້ເສຍຊີວິດແລ້ວ 200 ກວ່າຄົນ