ລາວມອບຜູ້ຕ້ອງຫາຄະດີຢາເສບຕິດໃຫ້ເຈົ້າໜ້າທີ່ໄທດໍາເນີນຄະດີ
ເມື່ອບໍ່ດົນມານີ້, ຢູ່ດ່ານສາກົນຂົວມິດຕະພາບ 4 ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວໄດ້ສົ່ງຕົວທ້າວ ໂກວິດ ແຊຊົງ ອາຍຸ 28 ປີສັນຊາດໄທ, ຢູ່ບ້ານສາມເມືອງເທີງຈັງຫວັດຊຽງລາຍປະເທດໄທ, ເຊິ່ງເປັນຜູ້ຕ້ອງຫາໃນຄະດີຄ້າຂາຍຢາເສບຕິດ ມອບໃຫ້ເຈົ້າໜ້າທີ່ໄທເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ຕ້ອງຫາລາຍນີ້, ແມ່ນພົວພັນໃນຄະດີຄ້າຂາຍຢາເສບຕິດຢູ່ປະເທດໄທແລ້ວໄດ້ເອົາຕົວຫລົບໜີມາຢູ່ແຂວງບໍ່ແກ້ວເມື່ອຕົ້ນເດືອນກັນຍາ 2017 ແລະ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບ ຕົວໃນຂໍ້ຫາລັກເຂົ້າ-ອອກເມືອງຜິດກົດໝາຍ, ຈາກນັ້ນໄດ້ປະສານກັບເຈົ້າໜ້າທີ່ໄທ ເພື່ອສົ່ງຕົວໄປດຳເນີນຄະດີຕາມກົດໝາຍ, ຊຶ່ງກ່າວມອບໂດຍທ່ານພັນຕີ ສົມປອງ ແກ້ວປັນຍາ ຫົວໜ້າພະແນກຕຳຫລວດກວດຄົນເຂົ້າ-ອອກເມືອງຂົວມິດຕະພາບ 4 ແລະ ກ່າວຮັບໂດຍທ່ານພັນໂທ ນາງ ຫະໄທລັດ ຈຸນລະສາດ ຫົວໜ້າດ່ານສາກົນຂົວມິດຕະພາບ 4 ຊຽງຂອງແຂວງຊຽງລາຍປະເທດໄທ.
ຂ່າວ-ພາບ : ຫນັງສືພິມ ປກສ