ມວຍລາວລະເບີດຄວາມມັນ 21 ຄູ່ໃນ 3 ຄື ທີ່ບຸນນະມັດສະການພະທາດຫຼວງ 2017
November 1, 2017 - 4:52 PM




ທ່ານ ພຸດດາມອນ ຈັນທະ ລາສີ ໂຄສົກພາກມວຍປະຈໍາ ງານດັ່ງກ່າວ ໃຫ້ສໍາພາດວ່າ: ເພື່ອເປັນການອານຸລັກຮັກສາຮີດຄອງປະເພນີ ໃນບຸນນະມັດ ສະການພະທາດຫຼວງ ກໍຄືໃນ ສະໄໜກ່ອນທີ່ໄດ້ຄົບງັນ ແລະ ມີກິດຈະກຳພື້ນເມືອງຫຼາຍໆ ຢ່າງໜຶ່ງ ໃນນັ້ນກໍມີກິລາມວຍ ລາວກໍເປັນອີກສີສັນໜຶ່ງ ແລະ ແນ່ນອນປີນີ້ກໍເຊັ່ນດຽວກັນ ເຊິ່ງທາງ ທ່ານ ຄໍາເສັງ ສູນດາ ລາ ຜູ້ອໍານວຍການບໍລິສັດ ຄໍາ ເສັງ ຈໍາກັດ ທັງເປັນປະທານ ມວຍລາວນະຄອນຫຼວງ ຈິ່ງ ຈັດການແຂ່ງຂັນຄັ້ງນີ້ຂຶ້ນມາ.
“ ປີນີ້ພິເສດກວ່າປີທີ່ ຜ່ານໆມາ ເພາະໃນວັນທີ 1 ພະຈິກນີ້ ຕີແບບຍົກທີມມວຍ ຈາກນະຄອນຫຼວງ ພົບ ມວຍ ຈາກແຂວງຈໍາປາສັກ ແລະ ວັນທີ 2 ມວຍຈາກນະຄອນ ຫຼວງ ພົບກັບ ມວຍຈາກ ແຂວງສະຫວັນນະເຂດ, ສ່ວນ ວັນທີ 3 ມີມວຍຈາກປະເທດ ຝຣັ່ງ ມາແຂ່ງຂັນ 2 ຄູ່ ແລະ ທີ່ ຜ່ານມາ ທີ່ໄດ້ຮັບການຕອບ ຮັບຈາກມວນຊົນເປັນຈຳ ນວນຫຼວງຫຼາຍ ” ໂຄສົກປະ ຈໍາເວທີກ່າວ.
ສໍາລັບການແຂ່ງຂັນດັ່ງ ກ່າວຈະຈັດຂຶ້ນລະຫວ່າງວັນທີ 1-3 ພະຈິກນີ້ ທີ່ເວທີຊົ່ວຄາວ ທີ່ເດີ່ນພະທາດຫຼວງໃນງານ ບຸນນະມັດສະການພະທາດ ຫຼວງປະຈໍາປີ 2017 ໂດຍ ທຸກໆຄືນແມ່ນເລີ່ມແຕ່ເວລາ 20 ໂມງເປັນຕົ້ນໄປ, ສ່ວນອີກ ຊ່ອງທາງທ່ານສາມາດຕິດ ຕາມການຖ່າຍທອດສົດຜ່ານທາງ ໂທລະພາບແຫ່ງຊາດ ລາວ ຊ່ອງ 3 ໃນວັນທີ 2 ພະ ຈິກ ແລະ ໃນວັນທີ 3 ພະຈິກນີ້ ຖ່າຍທອດສົດຜ່ານທາງ ໂທລະພາບ ເອັມວີລາວ (MV LAO).