ເພີ່ມທັກສະການເປັນຫົວໜ້າທີມທີ່ມີປະສິດທິພາບ
November 1, 2017 - 4:20 PM

ການເຮັດວຽກຮ່ວມກັນນັ້ນມີບັນຫາຫລວງຫລາຍ ໜຶ່ງໃນບັນຫາທີ່ເກີດຫລາຍແມ່ນການບໍ່ມີຄວາມເຄົາລົບກັນ ບັນຫານີ້ແກ້ໄຂໄດ້ເລີ່ມຈາກໂຕທ່ານເອງກ່ອນ.
- ສ້າງຄວາມສຳຄັນໃຫ້ກັບຄວາມເປັນທີມ ແລະ ຮັກສາບັນຍາກາດເຫລົ່ານັ້ນໄວ້ຕະຫລອດ : ລູກທີມຈະຮູ້ສຶກເຖິງຄວາມເປັນທີມໄດ້ກໍຕ້ອງເລີ່ມຈາກຫົວໜ້າກ່ອນ ຫາກທ່ານເອງຍັງບໍ່ເຫັນວ່າທີມງານນີ້ເຂັ້ມແຂງ ຫາກທ່ານຍັງບໍ່ມີຄວາມຮູ້ສຶກທີ່ຈະເປັນບ່ອນຍຶດຈັບໃຫ້ກັບທຸກຄົນໄດ້ ແລ້ວໃຜຈະສັດທາກັບໂຄງການນີ້.
- ເຊື່ອຖືສະມາຊິກໃນທີມຂອງທ່ານ : ໂດຍການມອບໝາຍໃຫ້ເໝາະສົມກັບແຕ່ລະຄົນ ຫາກທ່ານໄວ້ວາງໃຈພວກເຂົາໃຫ້ຮັບ ໜ້າທີ່ໆສຳຄັນ ພວກເຂົາຈະເກີດຄວາມພູມໃຈ ເປັນແຮງຊຸກຍູ້ໃຫ້ເຮັດໜ້າທີ່ນັ້ນໄດ້ດີ ແລະ ເມື່ອວຽກສຳເລັດລຸລ່ວງໄປ ພວກເຂົາ ຈະບໍ່ລືມໂອກາດທີ່ໄດ້ຮັບມາຈາກທ່ານ ແຕ່ທັງນີ້ກໍຕ້ອງເຮັດໃຫ້ກະຈ່າງແຈ້ງກັບຄົນອື່ນໆນຳກ່ຽວກັບເຫດຜົນໃນການຕັດສິນໃຈນີ້.
- ສື່ສານກັບທຸກຄົນຢ່າງເທົ່າທຽມກັນ : ຖ້າສະມາຊິກໃນທີມຄົນໃດຄົນໜຶ່ງທີ່ຮູ້ສຶກວ່າຖືກກີດກັນອອກຈາກວົງ, ຖືກເບິ່ງຂ້າມ ນັ້ນອາດຈະເປັນຍ້ອນການສື່ສານທີ່ບໍ່ທົ່ວເຖິງ ທ່ານອາດຄິດວ່າການເວົ້າໃນມູມກ້ວາງທຸກຄົນຈະເຂົ້າໃຈນັ້ນ ທ່ານຄິດບໍ່ຖືກຕ້ອງ ທ່ານຕ້ອງເອົາໃຈໃສ່ທີ່ຈະຖາມລູກທີມແຕ່ລະຄົນວ່າພວກເຂົາຍັງບໍ່ເຂົ້າໃຈຫຍັງຫລືບໍ່ ຫລື ຖາມເຖິງທຸກສຸກທີ່ທ່ານໄດ້ຍິນມາ ເປັນຕົ້ນ.
4. ຈັດການບັນຫາດ້ວຍຄວາມລະມັດລະວັງ : ບໍ່ວ່າບັນຫາຈະຮ້າຍແຮງປານໃດ ການໂມໂຫໃຈຮ້າຍ ໃຊ້ຄຳເວົ້າຮຸນແຮງບໍ່ຊ່ວຍຫຍັງ ໂດຍສະເພາະການເຮັດໃຫ້ສະມາຊິກຄົນໃດຄົນໜຶ່ງອັບອາຍຕໍ່ໜ້າຄົນອື່ນໆ ມັນອາດຈະສະແດງຄວາມເດັດຂາດ, ແຕ່ຫລີກເວັ້ນບໍ່ໄດ້ທີ່ຈະມີຄົນຕໍ່ຕ້ານ ໂດຍສະເພາະໄວໜຸ່ມຮຸ່ນໃໝ່ທີ່ບໍ່ໄດ້ໃຫຍ່ມາກັບໄມ້ແສ້ຈະຮັບເລື່ອງແບບນີ້ບໍ່ໄດ້.